​ອະດີດເລຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ເຫັນ​ວ່າ​ງານ​​ໂອ​ແລມປິກ​ລະດູ​ໜາວ​ຊຸກຍູ້​ຄວາມ​ປອງດອງ​ກັນຂອງ​ແຫຼມ​ເກົາຫຼີ
2018-02-11 14:21:27  cri 
ທ່ານ​ບັນ​ກີ​ມູນ ອະ​ດີດ​ເລຂາທິການ​​ໃຫຍ່​ອົງການ​ສະ​ຫະປະຊາ​ຊາດ​ເຫັນ​ວ່າ​ງານ​ໂອ​ແລມປິກ​ລະດູ​ໜາວ​ພຽງ​ຊາງ​ສາມາດ​ຊຸກຍູ້​ຄວາມ​ປອງ​ກອງ​ກັນ​ຂອງ​​ແຫຼມ​ເກົາຫຼີ​ຢ່າງ​ແຂງ​ແຮງ.

​ໃນ​ພິທີ​ເປີດ​ຂອງ​ງານ​ໂອ​ແລມປິກ​ລະດູ​ໜາວ​ພຽງ​ຊາງ, ຄະນະ​ຜູ້​ແທນ​ກິລາ ສປປ ​ເກົາຫຼີ ​ແລະ ສ ​ເກົາ​ຫຼີດ​ໄດ້ນຸ່ງ​ຊຸດ​ເປັນ​ເອກະ​ພາບ​ ​ແລະ​ຈັບ​ທຸງ​ແຫຼມ​ເກົາຫຼີ​ເຂົ້າ​ສູ່​ພິທີ​ເປີດ, ຂະນະ​ທີ່​ສອງ​ປະ​ເທດກໍ​ໄດ້ປະກອບ​ທີ​ມກິລາ​ຮັ໋ອກກີ້​ນ້ຳ​ກ້ອນ​ຍິງ ​ເຊິ່ງຖື​ເປັນ​ໝາກຜົນ​ທີ່​ສຳຄັນ​ຂອງ​ການ​ທູດ​ກິລາ​ໂອ​ແລມປິກ. ທ່ານບັນ​ກີ​ມູນ​​ຮູ້ສຶກຕື້ນ​ຕັນ​ໃຈ​ຢ່າງ​ເລິກ​​ເຊິ່ງ.

ທ່ານ​ກ່າວ​ຕື່ມ​ວ່າ: ບັນຫາ ສປປ ​ເກົາຫຼີ ​ແລະ ສ ​ເກົາຫຼີ​ບໍ່​ພຽງ​ແຕ່​ແມ່ນ​ບັນຫາ​ສອງ​ຝ່າຍ​ເທົ່າ​ນັ້ນ, ຍັງ​ແມ່ນ​​ຂອງ​ທົ່ວ​ພາກ​ພື້ນ. ຫຼາຍ​ປະ​ເທ​ດທົ່ວ​ໂລກລວມທັງ​ປະ​ເທດ​ຈີນ​ກໍ​​ໄດ້​​ເອົາ​ໃຈ​ໃສ່ ​ແລະ​ຕຶດຕາມ​ຢ່າງ​ໃກ້ຊິດ​ຕໍ່​ສະຖານະ​ພາບ​ແຫຼມ​ເກົາຫຼີ ​ແລະ​ຄວາມ​ເຄັ່ງຕຶງ​ລະຫວ່າງ ສປປ ​ເກົາຫຼີ, ສ ​ເກົາຫຼີ ​ແລະ​ອາ​ເມ​ລິ​ກາ. ຫວັງ​ວ່າ ສປປ ​ເກົາຫຼີຈະ​ກຳ​ໂອກາດ​ງານ​ໂອ​ແລມປິກ​ຄັ້ງນີ້​ສະ​ແດງ​ທ່າ​ທີ ​ແລະຄວາມ​ຮັບຜິດຊອບຂອງ​ຕົນ​ຕໍ່​ປະຊາ​ຄົມ​ໂລກ​ໃຫ້​ສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ