​ໃນ​ປີ 2017 ມູນ​ຄ່າ​ການ​ຄ້າ​ຟິລິບປິນ​ເພີ່ມ​ຂຶ້ນ 9,9%
2018-02-11 14:23:25  cri 
ມໍ່ໆ​ມາ​ນີ້, ກົມສະຖິຕິ​ຟິລິບ​ປິນ​ໄດ້ເປີດ​ເຜີຍ​ວ່າ: ​ໃນ​ປີ 2017, ມູນ​ຄ່າ​ການ​ຄ້າ​ຂອງ​ປະ​ເທດ​ຕົນ​ເພີ່ມ​ຂຶ້ນ 9,9%, ຈັງຫວະ​ການ​ເຕີ​​ບໂຕ​ຂອງ​ການ​ນຳ​ເຂົ້າ ​ແລະ​ສົ່ງ​ອອກ​ກໍ​ສູງ​ກວ່າ​ຄາດ​ໝາຍ​​ທີ່​ວາງ​ໄວ້.

ຂໍ້​ມູນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ຈັງຫວະ​ການ​​ເຕີບ​ໂຕຂອງມູນ​ຄ່າ​ການ​ຄ້າ​ທັງ​ໝົດ​ໃນ​ປີ 2017 ​ເພີ່ມ​ຂຶ້ນ 5,8% ທຽບ​ໃສ່​ປີ 2016 ​ແລະ​ຈັງຫວະ​ການ​​ເຕີບ​ໂຕ​ຂອງ​ການ​ນຳ​ເຂົ້າບັນລຸ 10,2% ​ແລະການ​ສົ່ງ​ອອກ​ເພີ່ມ​ຂຶ້ນ 9,5%. ​ໃນ​ເດືອນທັນວາ​ປີ​ 2017, ຈັງຫວະ​ການ​ເຕີບ​ໂຕ​​ການ​ນຳ​ເຂົ້າ​ບັນລຸ​ເຖິງ 17,6%, ​ແຕ່​ການ​ສົ່ງ​ອອກ​ໄດ້ຫຼຸດ​ລົງ 4,9% ​ເຊິ່ງ​ເປັນ​​ການ​ຫຼຸດ​ລົງ​ເທື່ອ​ທຳ​ອິດ​ນັບ​ແຕ່​ເດືອນ​ພະຈິກ​ປີ 2016 ​ເປັນຕົ້ນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ