ທ່ານ​ກິ​ມ​ໂຢຈົງ​ນຳ​ສົ່ງ​ຈົດ​ໝາຍ​ຂອງ​ທ່ານ​ກິມຈົງ​ອຸນ​ເຖິງທ່ານມູນ​​ແຈ​ອິນ
2018-02-11 15:57:39  cri 
ວັນ​ທີ 10 ກຸມພາ​ນີ້, ທ່ານ​ກິມ​ໂຢຈົງ ຮອງ​ຫົວໜ້າຄະນະ​ກຳມະການ​ສູນກາງ​ພັກ​​ແຮງ​ງານ ສປປ ​ເກົາຫຼີ​ຜູ້​ທີ 1 ​ເປັນ​ທູດ​ພິ​ເສດ​ຂອງ​ທ່ານ​ກິ​ມຈົງ​ອຸນ ຜູ້ນຳ​ສູງ​ສຸດ ສປປ ​ເກົາຫຼີ​ໄດ້​ນຳ​ສົ່ງຈົດໝາຍ​ຂອງ​ທ່ານ​ກິ​ມຈົງ​ອຸນ​ມາ​ຍັງ​ທ່ານ​ມູນ​​ແຈ​ອິນ ປະທານາທິບໍດີ ສ ​ເກົາຫຼີ​ກ່ຽວ​ກັບ​ການ​ປັບປຸງ​ສາຍ​ພົວພັນສອງ​ປະ​ເທດ ​ແລະ​ຝາກ​ຄຳເຊື້ອ​ເຊີນ​ທ່ານ​ມູນ​​​ແຈ​ອິນ​ໄປ​ຢ້ຽມຢາມ ສປປ ​ເກົາຫຼີ.

ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນ​ພະຍາຍາມ​ຮັກສາບັນຍາກາດ​ສັນຕິພາບ ​ແລະ​ຄວາມ​ປອງ​ດອງ​ກັນ​ຂອງແຫຼມ​ເກົາຫຼີ ຍ້ອນໂອກາດ​ງານ​​ໂອ​ແລມປິກ​ລະດູ​ໜາວ​ພຽງ​ຊາງ​ໃຫ້​ຕໍ່​ໄປ​ເນື່ອງ ​ພ້ອມ​ທັງ​ຊຸກຍູ້​ການ​ເຈ​ລະ​ຈາ ​ແລະ​ການ​ແລກປ່ຽນ​ຮ່ວມ​ມື​ລະຫວ່າງສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ