ຈີນ​ຊ່ວຍ​ເຫຼືອ​ສ້າງ​ຂົວ​ແຫ່ງ​ທີ 8 ຢູ່​ກຳ​ປູ​ເຈຍ
2018-02-11 16:10:32  cri 
    ຕອນ​ເຊົ້າ​ວັນ​ທີ 9 ກຸມ​ພານີ້, ກຸ່ມ​ບໍ​ລິ​ສັດ​ກໍ່​ສ້າງ​ຊຽງ​ໄຮ ໄດ້​ເລີ່ມ​ລົງ​ມື​ກໍ່ສ້າງ​ຂົວ​ແມ່​ນ້ຳ​ຂອງສະ​ເຕັນ​​ຕຼັາງ-ໂກ​ຣ​ຊີ​ມາທີ່​ຈີນຊ່ວຍ​ເຫຼືອ​ດ້ວຍເງິນກູ້​ດອກ​ເບ້ຍ​ຕ່ຳຢູ່​ເມືອງສະ​ເຕັນ​​ຕຼັາງແຂວງ​​ກຳ​ປົງ​ປະ​ເທດ​ກຳ​ປູ​ເຈຍ​ຢ່າງ​ເປັນ​ທາງ​ການ ເຊິ່ງ​ຂົວ​ດັ່ງ​ກ່າວ​ເປັນ​ຂົວ​ໃຫຍ່​ແຫ່ງ​ທີ 8 ທີ່​ຈີນ​ຊ່ວຍ​ສ້າງ​ຢູ່​ກຳ​ປູ​ເຈຍ. ທ່ານ ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ທ່ານ ຊົງ​ໂປ່ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ແລະ​ປະ​ຊາ​ຊົນ​ລວມ​ທັງ​ໝົດ 6500 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ຊົງ​ໂປ່ ກ່າວ​ວ່າ, ຂົວ​ໃຫຍ່​ດັ່ງ​ກ່າວ​ເຊື່ອມ​ຕໍ່​ແຂວງກຳ​ປົງແລະ​ແຂວງຕະ​ບອງ​ຄະ​ມູນ​ທີ່​ຢູ່​ສອງ​ຝັ່ງ​ແມ່​ນ້ຳ​ຂອງ, ຫຼັງ​ສ້າງ​ສຳ​ເລັດ​ແລ້ວ, ຈະ​ເຮັດ​ໃຫ້​ປະ​ຫວັດ​ສາດ​ທີ່​ສອງ​ແຂວງ​ດັ່ງ​ກ່າວ​ຕ້ອງ​ຂີ່​ເຮືອ​ມາ​ຫາ​ສູ່​​ນັ້ນ​ສິ້ນ​ສຸດ​ລົງ ແລະ​ເຮັດ​ໃຫ້​ທາງຫຼວງ​ສອງ​ຝັ່ງ​ເຊື່ອມ​ຕໍ່​ກັນ ທັງ​ເພີ່ມ​ຄວາມ​ສາ​ມາດ​ຂົນ​ສົ່ງ​ຂອງ​ພາກ​ພື້ນ​ຢ່າງຫຼວງຫຼາຍ.

    ຂ່າວ​ແຈ້ງວ່າ, ຂົວ​ໃຫຍ່​ແມ່​ນ້ຳ​ຂອງສະ​ເຕັນ​ຕຼັງ-ໂກ​ຣ​ຊີ​ມາມີ​ຄວາມ​ຍາວ​ທັງ​ໝົດ 1131 ແມັດ, ກວ້າງ 13,5 ແມັດ, ມູນ​ຄ່າສັນ​ຍາ​ໂຄງ​ການ​ເກືອບ 57 ລ້ານ​ໂດ​ລາ​ສະ​ຫະ​ລັດ, ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​ໃນ​ປີ 2021.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ