ວົງ​ການ​ຕ່າງໆ​ຂອງ​ຈີນ​ແລະ​ໄທ​ຮ່ວມ​ສະຫຼອງບຸນ​ກຸດ​ຈີນ
2018-02-12 11:13:36  cri 

ສະຖານທູດ​ຈີນ​ປະຈຳ​ໄທ ​ໄດ້​ຈັດ​ກິດຈະກຳ "​ເປີດ​ປະຕູ​ຕ້ອນຮັບ​ປີ​ໃໝ່​ປີ​ຈໍ" ຢູ່​​ໃນ​ສະຖານທູດ​ໃນ​ວັນ​ທີ 10 ກຸມພາ​ນີ້ ​ໂດຍ​ບຸກຄົນ​ຈາກ​ວົງ​ການ​ຕ່າງໆ​ຂອງ​ຈີນ​ແລະ​ໄທ ​ໄດ້​​ເຂົ້າຮ່ວມ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ ​ເພື່ອ​​ສະຫຼອງບຸນ​ກຸດ​ຈີນ​ທີ່​ວຽນມາ​ເຖິງ. ກິດຈະກຳ​ເທື່ອ​ນີ້​ໄດ້​ພາດ​ຫົວຂໍ້​ວ່າ "ຈີນ-​ໄທ​ເກາະ​ແຂນ​ກັນ​ກ້າວ​ເຂົ້າສູ່​ຍຸກ​ໃໝ່, ຮ່ວມ​ກັນ​ສະຫຼອງປີ​ໃໝ່​ເໝືອນ​ດັ່ງ​ຄອບຄົວ​ດຽວ​ກັນ" ​ແລະ​ການ​ເລີ່​ມຕົ້ນກິດຈະກຳ ກໍ​ມີ​ນັກຮຽນ​ຈາກ​ໂຮງຮຽນສວນ​ກຸຫຼາບວິທະຍາ​ໄລ​ໄທ​ໄດ້​ສະ​ແດງ​ຟ້ອນ​ສິງ​ໂຕ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ຜູ້​ຮ່ວມ​ກິດຈະກຳ​ໄດ້​ຊົມ.

ທ່ານຫຼີຈ້ຽນ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ໄທ ​ໄດ້​ກ່າວ​ປາ​ໄສ ​ໂດຍສະຫຼຸບ​ທົບ​ທວນໝາກຜົນ​ທີ່​ໄດ້​ຮັບ​ໃນ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ຈີນ-​ໄທ​ໃນ​ໜຶ່ງ​ປີຜ່ານມາ ​ແລະ​ຝາກ​ຄວາມ​ຫວັງ​ຕໍ່​ອະນາຄົດ.

​ໂອກາດ​ນີ້, ທ່ານ ພອນ​ເພັດ ວິຊິດ​ຊົນ​​ໄຊ ປະທານ​ສະພາ​ນິຕິບັນຍັດ​ໄທ ​ໄດ້ກ່າວ​ວ່າ: ມື້​ນີ້ ປະຊາຊົນ​​ໄທ​ແລະ​ຈີນ​ເຕົ້າ​ໂຮມ​ກັນ​ເພື່ອ​ສະຫຼອງບຸນ​ກຸດ​ຈີນ​ຢ່າງ​ມ່ວນ​ຊື່ນ​ແລະ​ຟົດ​ຟື້ນ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ສາຍ​ພົວພັນ​ອັນ​ສະໜິດສະໜົມ​ເໝືອນ​ດັ່ງ​ຄອບຄົວ​ດຽວ​ກັນລະຫວ່າງ​ສອງ​ປະ​ເທດ. ຈາກ​ນັ້ນ, ທ່ານ​ພອນ​ເພັດ​ຍັງ​ໄດ້​ສົ່ງ​ຄຳ​ອວຍພອນ​ປີ​ໃໝ່​ເຖິງ​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ຢູ່​ແຫ່ງ​ຕ່າງໆ​ໃນ​ໂລກ​ດ້ວຍ​ພາສາ​ຈີນ​ແລະ​ພາສາ​​ໄທ​ອີກ​ດ້ວຍ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ