ກ່ອນ​ຈະ​ເຖິງ​ບຸນ​ກຸດ​ຈີນ 10 ມື້​ຜ່ານ​ມາ ຈຳນວນຜູ້​ໂດຍສານມີ​ທ່າ​ອ່ຽງຫຼຸດລົງ
2018-02-12 11:16:07  cri 

​ແຫຼ່ງຂ່າວ​ຈາກ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຈີນ​ໃຫ້​ຮູ້​ໃນ​ວັນ​ທີ 11 ກຸມພາ​ນີ້​ວ່າ ກ່ອນ​ຈະ​ເຖິງ​ບຸນ​ກຸດ​ຈີນ 10 ມື້​ຜ່ານ​ມາ, ຈຳນວນ​ຜູ້​ໂດຍສານ​ໃນ​ທົ່ວ​ປະ​ເທດ​ຈີນ​ມີ​ທ່າ​ອ່ຽງຫຼຸດລົງ.

ກະຊວງ​ຄົມມະນາຄົມ ​ໄດ້​ເປີດ​ເຜີຍ​ວ່າ ​ເລີ່​ມ​ແຕ່​ວັນ​ທີ 1-10 ກຸມພາ​ນີ້, ນັບ​ລວມ​ແລ້ວ ບໍລິສັດ​ຂົນ​ສົ່ງ​ທາງ​ລົດ​ໄຟ, ທາງຫຼວງ, ທາງ​ນ້ຳ ​ແລະ ທາງ​ອາກາດ​ໃນ​ທົ່ວ​ປະ​ເທດ ​ໄດ້​ຂົນ​ສົ່ງ​ຜູ້​ໂດຍສານ 732 ລ້ານ​ເທື່ອ​ຄົນ ຫຼຸດລົງ 3,31% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ​ໃນ​ນີ້, ການ​ຂົນ​ສົ່ງ​ທາງ​ລົດ​ໄຟ​ມີ​ເຖິງ 89 ລ້ານ 2 ​ແສນ 8 ໝື່ນ 5000 ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ 0,45%; ການ​ຂົນ​ສົ່ງ​ທາງຫຼວງມີ​ເຖິງ 618 ລ້ານ​ເທື່ອ​ຄົນ ຫຼຸດລົງ 4,11%; ການ​ຂົນ​ສົ່ງ​ທາງ​ນ້ຳ​ມີ​ເຖິງ 8 ລ້ານ 9 ​ແສນ 1 ໝື່ນ​ເທື່ອ​ຄົນ ຫຼຸດລົງ 4,33% ​ແລະ ທາງ​ອາກາດ 16 ລ້ານ 1 ໝື່ນ 9100 ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ 9,78%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ