ລັດຖະບານ​ລາວ​ຈະ​ລະດົມ​ທຶນ​ເພື່ອ​ຍົກ​ລະດັບ​ທາງຫຼວງ​ເລກ 13
2018-02-12 16:55:47  cri 
​ແຫຼ່ງຂ່າວ​ຈາກ​ເວັບ​ໄຊ​ກະຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ວ່າ: ໜັງສືພິມ "ວຽງ​ຈັນທາ​ມສ໌" ຂອງ​ລາວສະບັບ​ວັນ​ທີ 11 ກຸມພາ​ນີ້​ລາຍ​ງານ​ວ່າ ລັດຖະບານ​ລາວ​ກຽມ​ຈະ​ກູ້​ເງິນ 40 ລ້ານ​ໂດ​ລາ​ສະຫະລັດ​ນຳ​ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ ຫຼື AIIB, 40 ລ້ານ​ໂດ​ລາ​ສະຫະລັດ ນຳ​ທະນາຄານ​ໂລກ ​ແລະ 9 ລ້ານ 5 ​ແສນ​ໂດ​ລາ​ສະຫະລັດ​ນຳ​ກອງ​ທຶນ​ພັດທະນາ​ເອີຣົບ​ເໜືອ ​ແລະລັດຖະບານ​ລາວ​ຈະ​ສົມທົບ​ທຶນ 38 ລ້ານ 5 ​ແສນ​ໂດ​ລາ​ສະຫະລັດ ລວມທັງ​ໝົດ 128 ລ້ານ​ໂດ​ລາ​ສະຫະລັດ ​ໂດຍ​ໃຊ້​ເຂົ້າ​ໃນ​​ໂຄງການ​ຍົກ​ລະດັບ​ທາງຫຼວງ​ແຫ່ງ​ຊາດ​ເລກ 13 ​ເພື່ອຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ​ດ້ານ​ການ​ຂົນ​ສົ່ງ​ສິນຄ້າ​ແລະ​ຜູ້​ໂດຍສານ​ທີ່​ນັບ​ມື້​ເພີ່ມ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ