ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງ​ຂອງ ສ​ປ​ປ ເກົາ​ຫຼີ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ.ເກົາ​ຫຼີ ກັບ​ຄືນ​ປະ​ເທດ
2018-02-12 11:37:39  cri 
ຕອນ​ຄ່ຳ​ວັນ​ທີ 11 ກຸມ​ພາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງ​ຂອງ ສ​ປ​ປ ເກົາ​ຫຼີ ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ.ເກົາ​ຫຼີ ແລ້ວ​ກັບ​ຄືນ​ປະ​ເທດ​ດ້ວຍ​ຍົນ​ພິ​ເສດ.

ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງ​ຂອງ ສ​ປ​ປ ເກົາ​ຫຼີ ນຳ​ໂດຍ​ທ່ານ ກິມ​ໂຢງ​ນາມ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ ສ​ປ​ປ ເກົາ​ຫຼີ. ໄດ້​ເດີນ​ທາງ​ໄປ​ຮອດ​ສະ​ໜາມ​ບິນ​ອິນ​ຊອນ ສ.ເກົາ​ຫຼີ ໃນ​ວັນ​ທີ 9 ກຸມ​ພາ​ນີ້​​ດ້ວຍຍົນ​ພິ​ເສດ ເພື່ອ​ເຂົ້າ​ຮ່ວ​ມ​ພິ​ທີ​ໄຂ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ມື້​ດັ່ງ​ກ່າວ. ທ່ານ ມູນ​ແຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ຄະ​ນະ​ຜູ້​ແທນ ສ​ປ​ປ ເກົາ​ຫຼີ ຢູ່​ຊົງ​ວາ​ເດພ້ອມ​ທັງ​ຮ່ວມ​ຮັບ​ປະ​ທານ​ອາ​ຫານ​ທ່ຽງ, ທ່ານ ກິມ​ໂຢ​ຈິງ ໃນ​ຖາ​ນະ​ເປັນ​ທູດ​ພິ​ເສດ​ຂອງ​ທ່ານ ກິມ​ເຈິງ​ອູນ ຜູ້​ນຳ​ສູງ​ສຸດ​ຂອງ​ ສ​ປ​ປ ເກົາ​ຫຼີ ໄດ້​ຝາກ​ຈົດ​ໝາຍ​ຂອງ​ທ່ານ ກິມ​ເຈິງ​ອູນ ​ກ່ຽວ​ກັບ​ການ​ປັບ​ປຸງ​ສາ​ຍ​ພົວ​ພັນ​ລະ​ຫວ່າງ ສ​ປ​ປ ເກົາ​ຫຼີ - ສ.ເກົາ​ຫຼີ ໃຫ້​ດີ​ຂຶ້ນ​ພ້ອມ​ທັງ​ຄຳ​ເຊື້ອ​ເຊີນໄປ​ຍັງ​ທ່ານ ມູນ​ແຈ​ອິນ ເພື່ອ​ຢ້ຽມ​ຢາມ ສ​ປ​ປ ເກົາ​ຫຼີ. ທ່ານ ມູນ​ແຈອິນ ກ່າວ​ວ່າ, ຫວັງ​ວ່າ​ໃນ​ຕໍ່​ໜ້າຈະ​ສາ​ມາດ​ສ້າງ​ເງື່ອນ​ໄຂ, ເພື່ອ​ບັນ​ລຸ​ການ​ຢ້ຽມ​ຢາມ ສ​ປ​ປ ເກົາ​ຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ