ຟີ​ລິບ​ປິນ​ອາດ​ຈະ​ນຳ​ເຂົ້າ​ເຕັກ​ນິກ​ຂອງ​ບໍ​ລິ​ສັດ​ອາ​ລີ​ບາ​ບາ​ເພື່ອ​ໃຫ້​ບໍ​ລິ​ການ​ແກ່​ແຮງ​ງານຟີ​ລິບ​ປິນ​ຢູ່​ຕ່າງ​ປະ​ເທດ
2018-02-12 16:46:13  cri 
ເວັບ​ໄຊ​ກະ​ຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ວ່າ: ໜັງ​ສື​ພິມ​ຟີ​ລິ​ບ​ປິນສ​ຕາລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ກະ​ຊວງ​ການ​ເງິນ​ຟີ​ລິ​ບ​ປິນ​ໄດ້​ອອກ​ຖະ​ແຫຼງ​ການວ່າ ຟີ​ລິບ​ປິນ​ຈະ​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ອາ​ລີ​ບາ​ບາ​ຂອງ​ຈີນ​ເພື່ອ​ສະ​ໜອງ​ການບໍ​ລິ​ການ​ດ້ານ​ການ​ເງິນ​ເຊັ່ນ: ການ​ໂອນ​ເງິນ​ແລະ​ການ​ຄຸ້ມ​ຄອງ​ຊັບ​ສິນ​ທີ່​ສະ​ດວກ​​ວ່ອງ​ໄວແລະລາ​ຄາ​ຖືກ​ໃຫ້​ແກ່​ແຮງ​ງານ​ຟີ​ລິບ​ປິນ​ຢູ່​ຕ່າງ​ປະ​ເທດ.

ທ່ານ ​ຄາ​ລອ​ສ ໂດ​ມິນ​ກຸ​ສ໌ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຟີ​ລິບ​ປິນ​ກ່າວ​ວ່າ: ​ ເຕັກ​ນິກ​ກາ​ນ​ຈ່າຍ​ເຄື່ອນ​ທີ່​ຂອງ​ອາ​ລີ​ບາ​​ບາມີຕົ້ນ​ທຶນ​ຕ່ຳ,ແລະ​ໄດ້​ສະ​ໜອງ​ການ​ບໍ​ລິ​ການ​ດ້ານ​ການ​ເງິນທີ່​ລາ​ຄາ​ຖືກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຈຳ​ນວນ​ຫຼວງ​ຫຼາຍ​ຂອງ​ຈີນ​ແລ້ວ ເຊິ່ງ​ນີ້​ກໍ່​ເໝາະສົມ​ທີ່​ຈະ​ໃຊ້​ກັບ​ແຮງ​ງານ​ຟີ​ລິບ​ປິນ​ຢູ່​ຕ່າງ​ປະ​ເທດ.

ກ່ອນ​ໜ້າ​ນີ້, ຟີ​ລິບ​ປິນ​ໄດ້​ສ້າງ​ທະ​ນາ​ຄານ​ຊາວ​ຟີ​ລິບ​ປິນ​ຢູ່​ຕ່າງ​ປະ​ເທດ​ແຫ່ງ​ໃໝ່​ບົນ​ພື້ນ​ຖານ​ທະ​ນາ​ຄາ​ນ​ຝາກ​ປະ​ຢັດໄປ​ສະ​ນີ​ຟີ​ລິບ​ປິນ​ເດີມ, ເພື່ອ​ໃຫ້​ບໍ​ລິ​ການ​ດ້ານ​ການ​ເງິນ​ແກ່​ແຮງ​ງານ​ຟີ​ລິບ​ປິນ​ຢູ່​ຕ່າງ​ປະ​ເທດ​ສະ​ເພາະ,ໃນ​ຕໍ່​ໜ້າ ທະ​ນາ​ຄານ​ດັ່ງ​ກ່າວ​ອາດ​ຈະ​ນຳ​ເຂົ້າ​ເຕັກ​ນິກ​ການ​ຈ່າຍ​ເຄື່ອນ​ທີ່​ຂອງ​ບໍ​ລິ​ສັດ​ອາ​ລີ​ບາ​ບາ​ເພື່ອ​ໃຫ້ບໍ​ລິ​ການແກ່ປະ​ຊາ​ຊົນ​ຟີ​ລິບ​ປິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ