​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ໄດ້​ສ້າງ​ສະຖິຕິ​ໃໝ່
2018-02-12 15:41:28  cri 
ທະນາຄານ​ກາງ​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​​​ເມື່ອ​ມໍ່​ໆ​ນີ້ວ່າ: ມາຮອດ​ທ້າຍ​​ເດືອນມັງກອນປີ​ນີ້, ​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຂອງອິນ​ໂດ​ເນ​ເຊຍ​ບັນລຸ​ເຖິງ 132 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 1,8 ຕື້​ໂດ​ລາ​ທຽບ​ໃສ່ 130,2 ຕື້​ໂດ​ລາ​ໃນ​ທ້າຍ​ເດືອນ​ທັນວາ​ປີ 2017 ​ເຊິ່ງ​ໄດ້​ສ້າງ​ສະຖິຕິ​ໃໝ່.

​ຫວ່າງ​ມໍ່ໆ​ມາ​ນີ້, ຫົວໜ້າ​ພະ​ແນ​ກປະຊາສຳພັນ​ທະນາຄານ​ກາງ​ອິນ​ໂດ​ເນ​ເຊຍ​ກ່າວ​​ຜ່ານ​​ເວັບ​​ໄຊທາງ​ການ​ວ່າ: ຮອດ​ທ້າຍ​ເດືອນ​ມັງກອນປີ​ນີ້, ​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ສ້າງ​ສະຖິຕິ​ສູງ​ສຸດ​ອີກ​ຄັ້ງ​ໃໝ່ ​ຄາດວ່າຈະສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງການ​ນຳ​ເຂົ້າທົ່ວ​ປະ​ເທດ​ໃນ​​ເວລາ 8,5 ​ເດືອນ ຫຼື ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ກາ​ນນຳ​ເຂົ້າ​ທົ່ວ​ປະ​ເທດ​ ​ແລະ​ການ​​ໄຊ້ໜີ້​ສິນ​ຂອງ​ລັດຖະບານໃນ​ເວລາ 8,2 ​ເດືອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ