​ໃນ​ໄລຍະ 5 ປີຜ່ານມາ ມູນ​ຄ່າ​ຄົ້ນ​ຄວ້າ​ຂັ້ນ​ພື້ນຖານຂອງ​ຈີນ​ເພີ່ມ​ຂຶ້ນ​ເປັນ 2 ​ເທົ່າ
2018-02-12 16:29:14  cri 
ວັນ​ທີ 11 ກຸມພາ​ນີ້, ​ໃນ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໂດຍ​ຫ້ອງ​ການຖະ​ແຫຼ​ງຂ່າວ​ລັດຖະບານ​ຈີນ, ທ່ານຈ່າງ​ສຽວ​ຢວນ ຫົວໜ້າ​ພະ​ແນ​ກການ​ຄຸ້ມ​ຄອງ​ ​ແລະ​ຈັດ​ສັນຊັບພະຍາກອນ​ຂອງ​ກະຊວງວິທະຍາສາດ​​​ເຕັກ​ໂນ​ໂລ​ຊີຈີນ​ກ່າວ​ວ່າ: ການ​ລົງທຶນ​​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ​ພື້ນຖານ​ແມ່ນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ.​ ຊຸມ​ປີ​ມໍ່ໆ​ມາ​ນີ້, ວົງ​ການ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ລ້ວນ​ແຕ່​ຮຽກຮ້ອງ​​​ໃຫ້ເພີ່ມ​ທະວີ​ການ​ປະດິດ​ສ້າງ​ເດີມ, ສະ​ນັ້ນ​ການ​ລົງທຶນ​ໃນ​ການ​ຄົ້ນຄວ້າ​​ຂັ້ນ​ພື້ນຖານເພີ່ມ​ຂຶ້ນ​ຕື່ມ​ອິກ. ​ໃນ​ໄລຍະ 5 ປີຜ່ານ​ມາ, ມູນ​ຄ່າ​ຄົ້ນ​ຄວ້າ​ວິທະຍາສາດ​ພື້ນຖານ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 1 ເທົ່າ, ຈາກ 41,18 ຕື້​ຢວນ​ໃນ​ປີ 2011 ຂຶ້ນ​ເປັນ 82,29 ຕື້​ຢວນ​ໃນ​ປີ 2016.

ທ່ານ​ກ່າວ​ຕື່ມ​ວ່າ: ​ໃນ​ອະນາຄົດ, ປະ​ເທ​ດຕົນ​ຈະ​ປະຕິບັດ​ໂຄງການສຳຄັນ​ດ້ານ​ການ​ຄົ້ນຄວ້າຂັ້ນ​ພື້ນຖານ ພ້ອມ​ທັງ​ສົ່ງ​ເສີມ​ອົງການ​ປົກຄອງ​ທ້ອງ​ຖິ່ນ ​ແລະ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ​ຊອກ​ຫາ​ວິທີ​ເພີ່ມການ​ລົງ​ທຶນ​​ໃນ​ການ​ຄົ້ນຄວ້າ​ວິ​ສາ​ຫະກິດ​ພື້ນຖານ​​ຕື່ມ​ອີກ​ໂດຍ​ຜ່ານ​ຊ່ອງ​ທາງການ​ກຸສົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ