ຍົນໂດຍ​ສານ​ຣັດ​ເຊຍ​ຕົກ ເຮັດ​ໃຫ້ຜູ້​ໂດຍ​ສານແລະ​ຈຸ​ບິນ​​ເສຍ​ຊີ​ວິດ​ທັງ​ໝົດ
2018-02-12 16:07:47  cri 
    ເວັບ​ໄຊ​ທາງ​ການ​ຂອງ​ກະ​ຊວງ​ກໍ​ລະ​ນີ​ສຸກ​ເສີນ​ຣັດ​ເຊຍ​ແຈ້ງ​ຂ່າວ​ໃນ​ວັນ​ທີ 11 ກຸມ​ພານີ້​ວ່າ, ຜູ້​ໂດຍ​ສານ​ແລະ​ຈຸ​ບິນ​ໃນ​ຍົນ​ໂດຍ​ສານ AN-148 ທີ່​ຕົກ​ຢູ່​ຊານ​ເມືອງຫ່າງ​ຈາກ​ນະ​ຄອນຫຼວງ​ມົ​ສ​ກູ​ໃນ​ມື້​ດຽວ​ກັນ ໄດ້​ເສຍ​ຊີ​ວິດ​ທັງ​ໝົດ.

    ຂ່າວ​ແຈ້ງວ່າ, ໃນ​ຍົນລຳ​ດັ່ງ​ກ່າວ ມີ​ຈຸ​ບິນ 5 ຄົນ​ ແລະ ຜູ້​ໂດຍ​ສານ 65 ຄົນ, ໃນ​ນັ້ນ ລວມ​ທັງ​ເດັກ​ນ້ອຍ 3 ຄົນ. ປັດ​ຈຸ​ບັນ ໄດ້​ພົບ​ກັບ​ດຳ​ຂອງ​ຍົນ​ແລ້ວ, ແຕ່​ຂ່າວ​ດັ່ງ​ກ່າວ​ບໍ່​ໄດ້​ແຈ້ງ​ລະ​ອຽດ​ວ່າ, ກັບດຳ​ນີ້​ແມ່ນ​ກັບ​ບັນ​ທຶກ​ສຽງ​ໃນ​ຫ້ອງ​ຂັບ ຫຼື ກັບ​ບັນ​ທຶກ​ຂໍ້​ມູນ​ການ​ບິນ.

    ເຈົ້າ​ໜ້າ​ທີ່​ຄຸ້ມ​ຄອງ​ການ​ບິນ​ພາກ​ພື້ນ​ດິນ​ຣັດ​ເຊຍ​ໃຫ້​ຮູ້​ວ່າ, ຍົນ​ລຳ​ດັ່ງ​ກ່າວ ໄດ້​ບິນ​ຂຶ້ນ​ສູ່​ທ້ອງ​ຟ້າ​ໃນ​ເວ​ລາ 14 ໂມງ 21 ນາ​ທີ​ຕາມ​ເວ​ລາ​  ມົ​ສ​ກູ, ຫຼັງ 14 ໂມງ 26 ນາ​ທີ​ແລ້ວ, ຄວາມ​ໄວ​ການ​ບິນ​ຂອງ​ຍົນ​ດັ່ງ​ກ່າວ​ໄດ້ ຫຼຸດ​ລົງ​ຢ່າງວ່ອງ​ໄວ ແລະ​ໄດ້​ຫາຍ​ສາບ​ສູນ​ຈາກ​ໜ້າ​ຈໍ​ຣາ​ດາ​​ໃນ​ເວ​ລາ 14 ໂມງ 28 ນາ​ທີ.

    ຄະ​ນະ​ກຳ​ມະ​ການ​ສືບ​ສວນສອບ​ສວນ​ສະ​ຫະ​ພັນ​ຣັດ​ເຊຍ ພວມ​​ຄົ້ນ​ຫາ​ສາ​ເຫດ​​ຂອງ​ຍົນ​ຕົກ​ຄັ້ງ​ນີ້​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ