ຊາວ​ຊົວ​ທາວ​ແລະ​ແຕ້​ຈິວ-ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຢື້​ຢາມ​ຖາມ​ຂ່າວ​ຍາດ​ຕິ​ພີ່​ນ້ອງ​ໃນ​ຍາມ​ບຸນ​ກຸດ​ຈີນ
2018-02-12 16:14:59  cri 
    ສະ​ໜາມ​ບິນ​ຊົວ​ທາວແຕ້​ຈິວ​ເມືອງ​ເຈ່​ຢາງ​ແຂວງກວາງ​ຕຸ້ງ​ຈີນ ແຈ້ງ​ຂ່າວ​ໃນ​ວັນ​ທີ 11 ກຸມ​ພານີ້​ວ່າ, ນັບ​ແຕ່​ວັນ​ທີ 11 ກຸມ​ພານີ້​ຫາ​ບຸນ​ກຸດ​ຈີນ, ເສັ້ນ​ທາງ​ການ​ບິນ​ແຕ່​ເມືອງ​ຊົວ​ທາວ​ແລະ​ແຕ້​ຈິວຫາ​ບາງກອກ, ສິງ​ກະ​ໂປ, ພະ​ນົມ​ເປັນ, ພູ​ເກັດ, ຊາ​ບາ, ດາ​ນັງ ແລະ​ແຫ່ງ​ອື່ນໆ​ໃນ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ນັ້ນ ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ, ຍາດ​ຕິ​ພີ່​ນ້ອງ​ທີ່​ອາ​ໄສ​ຢູ່​ບ່ອນ​ເຫຼົ່າ​ນີ້​ກັບ​ຄືນ​ບ້ານ​ເກີດ​ເພື່ອຫຼິ້ນ​ບຸນ​ກຸດ​ຈີນ​ແລະ​ຢື້​ຢາມ​ຖາມ​ຂ່າວ​ຍາດ​ຕິ​ພີ່​ນ້ອງນັ້ນ ເຮັດ​ໃຫ້​ເປັນ​ກະ​ແສ​ສູງ​ໃນນ​ໄປ​ມາ​ຫາ​ສູ່​ກັນ​ຂອງ​ຜູ້​ໂດຍ​ສານ.

    ເຈົ້າ​ໜ້າ​ທີ່​ສະ​ໜາມ​ບິນ​​ແຈ້ງໃຫ້​ຮູ້​ວ່າ, ຫຼາຍມື້​ມານີ້, ຖ້ຽວ​ບິນ​ແຕ່​ຊົວ​ທາວ​ແລະ​ແຕ້​ຈິວ​ຫາ​ບາງກອກ​ເກືອບ​ເຕັມ​ທຸກມື້. ເນື່ອງ​ຈາກວ່າ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ເຂດ​ຊົວ​ທາວແຕ້​ຈິວ​ມີ​​ການເຊື່ອມ​ຈອດ​ກັນ​ດ້ານ​ປະ​ຊາ​ຊົນ ແລະ ມີ​ຄວາມ​ໃກ້​ຊິດ​ດ້ານ​ພູມ​ສັນ​ຖານ, ຫຼັງ​ຈາກ​ສາຍ​ການ​ບິນ​ຊຸ່ນ​ຊິ່ວ​ເປີດ​ເສັ້ນ​ທາງ​ການ​ບິນ​ໂດຍ​ກົງ​ແຕ່​ຊົວ​ທາວ​ແລະ​ແຕ້​ຈິວ​ຫາ​ບາງກອກ​ເມື່ອ​ວັນ​ທີ 18 ມັງ​ກ່ອນ​ຜ່ານ​ມາ, ປັດ​ຈຸ​ບັນ ສອງ​ແຫ່​ງ​ດັ່ງ​ກ່າວ ໄດ້​ມີ​ຖ້ຽວ​ບິນມື້​ລະ 3 ຖ້ຽວ​ແລ້ວ ຄື​ຕອນ​ເຊົ້າ, ຕອນ​ບ່າຍ​ແລະ​ຕອນ​ຄ່ຳ​.

    ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ໂດຍ​ສານ, ໃນ​ໄລ​ຍະ​ບຸນ​ກຸດ​ຈີນ, ບໍ​ລິ​ສັດ​ການ​ບິນ​ພາ​ກໃຕ້​ສາ​ຂາ​ຊົວ​ທາວ ຍັງ​ໄດ້​ເພີ່ມ​ຖ້ຽວ​ບິນຊົວ​ທາວ​ແຕ້​ຈິວ-ບາງກອກ​ເປັນ​ການ​ຊົ່ວ​ຄາວ, ລວມ​ທັງ​ໝົດ​ແລ້ວ ໄດ້​ເພີ່ມ​ຖ້ຽວ​ບິນ​ໄປ-​ກັບ 40 ຖ້ຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ