ບັນ​ຍາ​ກາດ​ບຸນ​ກຸດ​ຈີນ​ຢູ່​ເມືອງ​ເກົ່າ​ລາ​ຊາ
2018-02-12 16:59:26  cri 



ວັນ​ທີ 11 ກຸມ​ພານີ້, ຢູ່​ສະ​ໜາມຫຼວງ​ບຸດ​ຕາ​ຣາເມືອງ​ເກົ່າລາ​ຊາ ໄດ້​ແຂວນ​ໂຄມ​ໄຟ​ແດງ ແລະ​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ວັນ​ບຸນ​​ທີ່​ຄຶກ​ຄື້ນ​ມ່ວນ​ຊື່ນ. ຄຽງ​ຄູ່​ກັບ​ບຸນ​ກຸດ​ຈີນ ແລະ​ບຸນ​ປີ​ໃໝ່​ຕາມ​ຈັນ​ທະ​ຄະ​ຕິ​ຕິ​ເບດ​ນັບ​ມື້​ນັບ​ຫຍັບ​ມໍ່​ເຂົ້າ​ມາ, ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ​ເມືອງ​ເກົ່າ​ລາ​ຊາ ໄດ້​ມີ​ບັນ​ຍາ​ກາດ​ວັນ​ບຸນ​ຄ່ອຍໆ​ຄຶກ​ຄື້ນ​ຂຶ້ນ. ຄາ​ໄຊ ແມ່ນ​ອາ​ຫານ​ຈືນ​ແປ້ງ​ຊະ​ນິດ​ໜຶ່ງ ເຊິ່ງ​ຊາວ​ເຜົ່າ​ຕິ​ເບດ​ມັກ​ເອົາ​ມາ​ຕ້ອນ​ຮັບ​ແຂກ ແລະ​ກໍ​ແມ່ນ​ໜຶ່ງ​ໃນ​ອາ​ຫານ​ທີ່​ຕ້ອງ​ກະ​ກຽມ​ໃນ​ຍາມ​ປີ​ໃໝ່​ຕາມ​ຈັນ​ທະ​ຄະ​ຕິ​ຕິ​ເບດ. ພາບນີ້​ຄື​​ພະ​ນັກ​ງານ​ກຳ​ລັງ​ເຮັດ​ເຂົ້າ​ໜົມ​ຄາ​ໄຊ.

1  2  3  4  5  6  7  8  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ