ການ​ເຈລະຈາ RCEP ຮອບ​ທີ 21 ມີ​ຄວາມ​ຄືບ​ໜ້າ​ເປັນ​ຢ່າງດີ
2018-02-13 11:11:13  cri 

ການ​ເຈລະຈາສັນຍາ​ການ​ພົວພັນ​ຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ ຫຼື RCEP ຮອບ​ທີ 21 ​ໄດ້​ສຳ​ເລັດ​ລົງ​ຢູ່​ອິນ​ໂດ​ເນ​ເຊຍ​ເມື່ອ​ບໍ່​ດົນ​ມາ​ນີ້ ​ແລະກະຊວງ​ການ​ຄ້າ​ຈີນ​ໄດ້​ຢືນຢັນວ່າ: ບັນດາ​ຝ່າຍ​ໄດ້​ປະຕິບັດ​ຕາມ​ຄຳ​ຊີ້​ນຳ​ຂອງ​ກອງ​ປະຊຸມ​ຜູ້ນຳ RCEP ຄັ້ງທຳ​ອິດ​ທີ່​ຈັດ​ຂຶ້ນ​ເມື່ອ​ເດືອນ​ພະຈິກ​ປີ 2017 ​ໂດຍ​ສືບ​ຕໍ່​ລົງ​ເລິກປຶກສາ​ຫາລື​ບັນດາຫົວ​ຂໍ້ທີ່​ນອນ​ຢູ່​ໃນ​ຂົງ​ເຂດ​ຕ່າງໆ ​ເປັນຕົ້ນ ສິນຄ້າ, ການ​ບໍລິການ, ການ​ລົງທຶນ ພ້ອມ​ກະຕິ​ກາ​ບາງ​ຢ່າງ ​ແລະ​​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ເປັນ​ຢ່າງ​ດີ. ຂະນະ​ທີ່​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ RCEP ຈະ​ຈັດ​ຂຶ້ນຢູ່​ສິງກະ​ໂປ​ໃນ​ວັນ​ທີ 3 ມີນາ​ໜ້າ​ນີ້.

​ເນື່ອງ​ຈາກ​ການ​ເຈລະຈາ​ RCEP ສັບສົນຫຼາຍ ທັງ​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍຕ່າງໆ​, ສະນັ້ນຈຶ່ງ​ບໍ່​ສາມາດ​ສຳ​ເລັດ​ການ​ເຈລະຈາ​​ໃນ​ປີ 2017 ​ຕາມ​ຄວາມ​ຫວັງ​ຂອງ​ບັນດາ​ຝ່າຍ​ໄດ້. ປັດຈຸບັນ, ​ໃນ​ສະພາບ​ທີ່​ສັນຍາ​ການ​ພົວພັນ​ຄູ່​ຮ່ວມ​ຂ້າມ​ປາຊີ​ຟິກ ຫຼື TPP 11 ສະມາຊິກ​ນອກຈາກອາ​ເມ​ລິ​ກາ​ໄດ້​ບັນລຸ​ຂໍ້​ຕົກລົງ​ກ່ຽວ​ກັບ​ TPP ສະບັບ​ໃໝ່​ແລ້ວນັ້ນ ການ​ເລັ່ງລັດ​ຊຸກຍູ້​ການ​ເຈລະຈາ RCEP ກໍ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ​ເຊັ່ນ​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ