ກັບ​ດຳຂອງ​ຍົນອານ-148 ຣັດ​ເຊຍ​ທີ່​​ຕົກນັ້ນ​ໄດ້​ຄົ້ນພົບ​ແລ້ວ
2018-02-13 11:13:38  cri 

ຄະນະ​ກຳມະການ​ການບິນ​ລະຫວ່າງ​ປະ​ເທດ ທີ່​ມີ​ສຳນັກງານ​ໃຫຍ່​ຕັ້ງຢູ່​ມົດສ໌ກູ ປະ​ເທດຣັດ​ເຊຍ ​ໄດ້​ຖະ​ແຫຼງ​ໃນ​ວັນ​ທີ 12 ກຸມພາ​ນີ້ຕາ​ມ​ເວລາ​ທ້ອງ​ຖິ່ນ​ວ່າ: ກັບ​ດຳ 2 ໜ່ວຍຂອງຍົນ​ອານ-148 ທີ່​​ຕົກນັ້ນໄດ້​ຄົ້ນພົບ​ແລ້ວ ​ແລະ ນັກວິຊາການ​ກໍ​ເລີ່​ມຖອດ​ລະຫັດ​ຈາກ​ສອງ​ກັບ​ດັ່ງກ່າວ​ແລ້ວ.

ວັນ​ທີ 11 ກຸມພາ​ນີ້, ຍົນ​ອານ-148 ຂອງຣັດ​ເຊຍ​ລຳ​ໜຶ່ງ​ໄດ້​​ຕົກ​ຢູ່​ຊານ​ເມືອງ​ນະຄອນຫຼວງມົດສ໌ກູ ພາ​ໃຫ້​ຜູ້​ໂດຍສານ​ແລະ​ຈຸ​ບິນ​ທັງ​ໝົດ 71 ຄົນ​ເສຍ​ຊີວິດ. ຫຼັງ​ເກີດ​ເຫດ, ກະຊວງ​ສະຖານະ​ການ​ສຸກ​ເສີນ, ກອງ​ກຳລັງ​ປ້ອງ​ກັນ​ພົນລະ​ເມືອງ ​ແລະ ກະຊວງ​ສາທາລະນະ​ສຸກ​ຂອງຣັດ​ເຊຍ ​ໄດ້​ສົ່ງ​ເຈົ້າໜ້າ​ທີ່​ແລະ​ອຸປະກອນ​ຈຳນວນຫຼວງຫຼາຍ​ໄປ​ບ່ອນ​ເກີດ​ເຫດ ​ແລະ​ມາ​ຮອດ​ຕອນ​ທ່ຽງ​ວັນ​ທີ 12 ກຸມພາ​ນີ້ ຍັງ​ສືບ​ຕໍ່​ຄົ້ນຫາ​ຢູ່. ​ເນື່ອງ​ຈາກ​ຢູ່​ບ່ອນ​ເກີດ​ເຫດ​ມີ​ຫິມະ​ປົກ​ຄຸມ ຈຶ່ງ​​ເຮັດ​ໃຫ້ການ​ຊອກ​ຄົ້ນດັ່ງກ່າວມີ​ຄວາມ​ຫຍຸ້ງຍາກ ​ແລະ​ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ເປັນ​ເວລາ​ໜຶ່ງ​ອາທິດຈຶ່ງ​ຈະ​ສຳ​ເລັດ​ການຄົ້ນຫາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ