ໃນ​ໄລຍະ​ບຸນ​ກຸດ​ຈີນ ຈະ​ມີ​ຍົນ​ໂດຍສານ​ຈາກ​ຄຸນ​ມິ​ງບິນ​ສູ່​ໄທ 10 ຖ້ຽວ​ຕໍ່​ມື້
2018-02-13 11:15:41  cri 

​ແຫຼ່ງຂ່າວ​ຈາກດ່ານ​ກວດກາ-ປ້ອງ​ກັນຊາ​ຍ​ແດນ​ຄຸນ​ມິ​ງ ກອງ​ຕຳຫຼວດປ້ອງ​ກັນຊາ​ຍ​ແດນ​ແຂວງ​ຢຸນນານ ​ໃຫ້​ຮູ້​ໃນ​ວັນ​ທີ 12 ກຸມພາ​ນີ້​ວ່າ: ບຸນ​ກຸດ​ຈີນ​ໃກ້​ຈະ​ວຽນມາ​ເຖິງ​ແລ້ວ ສະໜາມ​ບິນ​ສາກົນ​ສາງ​ສຸຍ ນະຄອນ​ຄຸນ​ມິ​ງມີ​ຜູ້​ໂດຍສານ​ເພີ່ມ​ຂຶ້ນຢ່າງວ່ອງ​ໄວ​ແລະຫຼວງຫຼາຍ ​ໃນ​ນີ້​ມີ​ຜູ້​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ກັບ​ຄືນ​ປະ​ເທດ​ຢ່າງຫຼວງຫຼາຍ ​ແລະ​ກໍ​ມີ​ນັກ​ທ່ອງ​ທ່ຽວ​​ເດີນທາງໄປ​ທ່ຽວ​ຕ່າງປະ​ເທດຢ່າງຫຼວງຫຼາຍ​ເຊັ່ນ​ກັນ ​ໃນນັ້ນ, ນະຄອນຫຼວງບາງກອກ, ຊຽງ​ລາຍ ​ແລະ ຊຽງ​ໃໝ່​ ປະ​ເທດ​ໄທ, ຫຼວງພະ​ບາງ​ປະ​ເທດ​ລາວ ​ແລະ​ອື່ນໆ​ຍັງ​ເປັນ​ຈຸດໝາຍ​ປາຍທາງ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ກວ່າ​ໝູ່​ຢູ່​ຄື​ເກົ່າ ສະນັ້ນ, ​ໃນ​ໄລຍະ​ບຸນ​ກຸດ​ຈີນ​ປີ​ນີ້, ຍົນ​ໂດຍສານ​ຈາກ​ຄຸນ​ມິ​ງບິນ​ສູ່​ປະ​ເທດ​ໄທ​ຈະ​ມີ​ເຖິງ 10 ຖ້ຽວ​ຕໍ່​ມື້.

ດ່ານ​ກວດກາ-ປ້ອງ​ກັນຊາ​ຍ​ແດນ​ຄຸນ​ມິ​ງ ​​ຢືນຢັນ​ວ່າ: ​ແຕ່​ວັນ​ທີ 27 ມັງກອນ​ຫາ​ວັນ​ທີ 11 ກຸມພາ​ນີ້, ບໍລິສັດ​ການບິນ​ຕ່າງໆ​ໄດ້​ເພີ່ມ​ຖ້ຽວ​ບິນ​ສາກົນ 117 ຖ້ຽວ, ​ແຕ່​ລະ​ມື້​ມີ​ຖ້ຽວ​ບິນ​ເຂົ້າ-ອອກ​ເມືອງ 100 ຖ້ຽວ. ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ພີ່ນ້ອງ​ຮ່ວມ​ຊາດ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ໃນ​ການ​ຜ່ານ​ດ່ານ ​ແລະ​ສາມາດກັບຄືນ​ບ້ານ​ເກີດ​ໄວຂຶ້ນ, ດ່ານ​ກວດກາ-ປ້ອງ​ກັນຊາ​ຍ​ແດນ​ຄຸນ​ມິ​ງ ​ໄດ້​ເປີດ​ທາງຜ່ານ​ດ່ານ​ສະ​ເພາະ​ຜູ້​ກັບ​ຈາກ​ການ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດກ່ອນ​ກຳນົດ​ເວລາ​ໃນ​ໄລຍະທີ່​ມີ​ຄົນ​ເຂົ້າ​ເມືອງຫຼາຍ​ໃນ​ແຕ່​ລະ​ມື້ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​​ແກ່ຜູ້​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ກັບ​ຄືນ​ບ້ານ​ເກີດຂອງ​ຕົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ