ພະນັກງານ​ປະຈຳ​ຂະ​ບວນລົດ​ໄຟ​​ຄວາມ​ໄວ​ສູງ​ໄລຍະ​ບຸນ​ກຸດ​ຈີນ
2018-02-13 16:53:38  cri 

​ນາງ​ຖາງ​ຢີ​ເມີຍ ປີ​ນີ້​ອາຍຸ​ຫາ​ກໍ​ 20 ປີປາຍ ລາວ​ຫໍ​ກາ​ໄດ້ເປັນ​ຫົວໜ້າ​ຈຸ​ພະນັກງານປະຈຳ​ຂະ​ບວນລົດ​ໄຟຄວາມ​ໄວ​ສູງ 121 ໜ່ວຍ​ງານ​ຂົນ​ສົ່ງ​ຜູ້​ໂດຍສານ​ຝູ​ໂຈ່​ວ ກຸ່ມບໍລິສັດລົດ​ໄຟ​ຈີນ​ສາຂາ​ໜານ​ຊ່າງ ນັບ​ແຕ່​ລາວເລີ່​ມ​ເຂົ້າ​ເຮັດວຽກ​ເປັນ​ພະນັກງານ​ປະຈຳ​ຂະ​ບວນລົດ​ໄຟ​ໃນ​ເດືອນ​ພະຈິກ​ປີ 2014 ​ເປັນຕົ້ນມາ, ​ລາວ​ກໍ​ປະຕິ​ບັດ​ໜ້າ​ທີ່​ໃນ​​ໄລຍະ​ບຸນ​ກຸດ​ຈີນທຸກໆ​ປີ. ຖາງ​ຢີ​​ເມີຍກ່າວ​ວ່າ: ​ໃນຫຼາຍປີ​ມາ​ນີ້, ປີ​ໃດ​ກໍ​ບໍ່​ມີ​ໂອກາດ​ກັບ​ຄືນ​ເມືອ​ບ້ານ​ເພື່ອຢູ່ຮ່ວມ​ກັບ​ພໍ່​ແມ່​ໃນ​ຍາມບຸນ​ກຸດ​ຈີນຈັກ​ເທື່ອ​ ຈຶ່ງ​ເກີດ​ມີຄວາມ​ຮູ້ສຶກຜິດ​ຕໍ່​ພໍ່​ແມ່ ​ແຕ່​ເມື່ອ​ໄດ້​ເຫັນ​ຜູ້​ໂດຍສານຈຳນວນຫຼວງຫຼາຍ​ເຫຼົ່ານີ້​ສາມາດ​ຂີ່​ລົດ​ໄຟ​ກັບ​ຄືນ​ບ້ານ​ເກີດ​ຂອງ​ໃຜລາວ​ດ້ວຍ​ຄວາມ​ສະຫວັດດີ​ພາບ ກໍ​ຮູ້ສຶກວ່າ ວຽກ​ງານ​ຂອງ​ຕົນ​ກໍ​ມີ​ຄວາມ​ໝາຍຫຼາຍບໍ່​ໜ້ອຍ.



1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ