ສະ​ໜາມ​ບິນ​ສາ​ກົນ​ເນ​ປານ​ຈະບໍ​ລິ​ການ​ພາ​ສາ​ຈີນ​ໃນ​ຍາມ​ບຸນ​ກຸດ​ຈີນ
2018-02-13 16:37:59  cri 
ເລີ່ມ​ແຕ່​ວັນ​ທີ 12 ກຸມ​ພາ​ນີ້, ​ສະ​ໜາມ​ບິນ​ສາ​ກົນ​ຕ​ຣີ​ພູ​ວັນ​ນະ​ຄອນ​ຫຼວງ​ກັດ​ມັນ​ດູປະ​ເທດ​ເນ​ປານ​ຈະ​​ບໍ​ລິ​ການ​ພາ​ສາ​ຈີນ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈີນ​ເປັນ​ເວ​ລາ 2 ອາ​ທິດ.

ທ່ານ​ຈິ​ເທັນ​ດ​ຣາ ນະ​ຣະ​ຢັນ ເດັຟ ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ ທ່ອງ​ທ່ຽວ​ແລະ​ການ​ບິນ​ພົນ​ລະ​ເຮືອນ​ເນ​ປານ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ບໍ​ລິ​ການ​ພ​າ​ສາ​ຈີນ​ຢູ່​ສະ​ໜາມ​ບິນ​ດັ່ງ​ກ່າວ. ທ່ານ​ກ່າວ​ວ່າ, ນີ້​ແມ່ນ​ການບໍ​ລິ​ການ​ພາ​ສາ​ທີ​ສາມນອກ​ຈາກ​ພາ​ສາ​ເນ​ປານ​ແລະ​ພາ​ສາ​ອັງ​ກິດ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ສະ​ໜາມ​ບິນ​ສາ​ກົນ, ຫວັງ​ວ່າ​ການ​ບໍ​ລິ​ການ​ດັ່ງ​ກ່າວ​ຈະ​ອຳ​ນວຍຄວາມ​ສະ​ດວກ​ສະ​ບາຍ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈີນ​ໃຫ້​ວ່ອງ​ໄວ​ຂຶ້ນກວ່​າ​ເກົ່າ.

ຂ່າວ​ແຈ້ງ​ຕື່ມວ່າ, ຈະ​ມີ​ອາ​ສາ​ສະ​ໝັກ 15 ຄົນ​ທີ່​ເຄີຍ​ຮຽນ​ຢູ່​ປະ​ເທດ​ຈີນ​ເຂົ້າ​ຮ່ວມ​ບໍ​ລິ​ການ​ພາ​ສາ​ຈີນ​ຢູ່​ສະ​ໜ​າມ​ບິນ​ສາ​ກົນ​​ຕ​ຣີ​ພູ​ວັນ. ເຂົາ​ເຈົ້າ​ຈະ​ແບ່ງ​ເປັນ 3 ໜ່ວຍ, ແຕ່​ລະ​ໜ່ວຍ​ຈະ​ເຮັດວຽກ 4 ຊົ່ວ​ໂມງ​ຫຼື 5 ຊົ່ວ​ໂມງ​ຕໍ່​ມື້, ຕົ້ນ​ຕໍ​ເພື່ອ​ຊ່ວຍ​ເຫຼືອ​ນັກ​ທ່ອງ​ທ່ຽວ​ຈີນ​ຢູ່​ບ່ອນ​​ກວດ​ກາ​ຄົນ​ເຂົ້​າ​ອອກ​ເມືອງ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ