CRI ເຊັນ​ສັນ​ຍາ​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ກຸ່ມ​ບໍ​ລິ​ສັດ​ການ​ບິນ​ຈີນ
2018-02-13 16:46:55  cri 
​ຕາມ​ຂ່າວ CRI: ວັນ​ທີ 12 ກຸມ​ພາ​ນີ້, ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື CRI ແລະ​ກຸ່ມ​ບໍ​ລິ​ສັດ​​ການ​ບິນ​ຈີນຈຳ​ກັດ​ໄດ້​ຈັດ​ພິ​ທີ​ເຊັນ​ສັນ​ຍາ​ຮ່ວມ​ມື​ຍຸດ​ທະ​ສາດ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ. ຕາມ​ສັນ​ຍາ​ດັ່ງ​ກ່າວ, ສອງ​ຝ່າຍ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ, ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ, ການ​ກໍ່​ສ້າງ​ເວ​ທີ​ວັດ​ທະ​ນະ​ທຳ, ການ​ເຜີຍ​ແຜ່ວັດ​ທະ​ນະ​ທຳ​ຢູ່​ຕ່າງ​ປະ​ເທດ​ແລະ​ອື່ນໆ, ຮ່ວມ​ກັນ​ເປີດ​ສະ​ພາບ​ການ​ໃໝ່​ຂອງ​ຂະ​ແໜງ​ການ​ວັດ​ທະ​ນະ​ທຳ​ການ​ບິນ​ຈີນ.

ພ້ອມ​ກັນ​ນັ້ນ, ກຸ່ມ​ບໍ​ລິ​ສັດ​ການ​ບິນ​ຈີນ​ຈະ​ເລັ່ງ​ລັດ​ການ​ກໍ່​ສ້າງ​​ເຄືອ​ຂ່າຍເຂົ້າ​ອິນ​ເຕີ​ເນັດ​ເທິງ​ເຮືອ​ບິນ Air China, ສອງ​ຝ່າຍ​ຈະ​ລົງ​ເລິກ​ຮ່ວມ​ມື​ໃນ​ຂົງ​ເຂດ​ອິນ​ເຕີ​ເນັດ​ດ້ານ​ການ​ບິນ. ທ່ານ​ຊົ້ງ​ຈື້​ຢຸງ ຜູ້​ອຳ​ນວຍການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ​ການ​ບິນ​ຈີນ​ແລະ​ທ່ານ​ຫວາງ​ເກິ່ງ​ໜຽນ ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ່​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເຊັນ​ສັນ​ຍາ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ