ທ່ານ​ສີ​ຈິ້ນຜິ​ງສົ່ງ​ໂທລະ​ເລກ​ເຖິງ​ທ່ານ​ປູ​ຕິນ​ເພື່ອ​ສະ​ແດງ​ຄວາມ​ເສຍ​​ໃຈຕໍ່ເຫດການ​ຍົນຕົກ​
2018-02-13 14:22:24  cri 
ວັນ​ທີ 12 ກຸມພາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້ສົ່ງ​ໂທລະ​​ເລກ​ເຖິງ​ທ່ານ​ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ເພື່ອ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ເຫດການ​ຍົນ​ໂດຍສານຣັດ​ເຊຍຕົກ.

ທ່ານ​ສີ​ຈິ້ນ​ຜິ​ງຢືນຢັນ​ໃນ​ໂທລະ​​ເລກ​ວ່າ: ຂ້າພະ​ເຈົ້າ​ໄດ້​ຮັບ​ຂ່າວ​ວ່າຍົນ​ໂດຍສານຣັດ​ເຊຍ​ຕົກ ​ເຊິ່ງ​ໄດ້​ເຮັດ​ໃຫ້​ຜູ້​ໂດຍສານ ​ແລະຈຸ​ບິນ​ທັງ​ໝົດ​ເສຍ​ຊີວິດ. ຂ້າພະ​ເຈົ້າ​ຂໍ​ຕາງ​ໜ້າ​ລັດຖະບານ ​ແລະ​ປະຊາຊົນ​ຈີນ ​ແລະ​ໃນ​ນາມ​ສ່ວນ​ຕົວ​ຂໍ​ສະ​ແດງ​ຄວ​າມ​​ໄວ້ອາ​ໄລ​ເຖິງ​ຜູ້​ເສຍ​ຊີວິດ ​ແລະ​ພ້ອມ​ທັງ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ຄອບຄົວ​ຂອງ​ຜູ້​ເສຍ​ທັງ​ໝົດ​ດ້ວຍ​ຄວາມ​ອາ​ໄລ​ອາວ​ອນຢ່າງ​ສຸດ​ຊຶ້ງ.

ມື້​ດຽວ​ກັນ, ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີຈີນກໍ​ໄດ້​ສົ່ງໂທລະ​ເລກ​ເຖິງ​ທ່ານດີ​ມີ​ຕຼີ ​ເມ​ເດ​ເວັ​ບ ນາຍົກລັດຖະມົນຕີຣັດ​ເຊຍ​ເພື່ອ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່ເຫດການ​ດັ່ງກ່າວ​ເຊັ່ນ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ