​ກອງທັບ​ເຮືອອິນ​ໂດ​ເນ​ເຊຍ​ໄດ້​ສະກັດ​ເຮືອ​ຫາ​ປາ​ລຳ​ໜຶ່ງ ​ແລະຄົ້ນ​ພົບ​ຢາ​ໄອສ 1 ​ໂຕນ
2018-02-13 14:23:49  cri 
​ຫວ່າງມໍ່ໆ​ນີ້, ກອງທັບ​ເຮືອອິນ​ໂດ​ເນ​ເຊຍ​ໄດ້​ສະກັດ​ເຮືອ​ຫາ​ປາ​ລຳ​ໜຶ່ງ​ຢູ່​ນ່ານທະ​ເລ​ແຂວງຣີວ ​ແລະ​ຄົ້ນ​ພົບ​ຢາ​​ໄອສ 1029 ກິ​ໂລ​, ພ້ອມຈັບ​ຜູ້​ຕ້ອງ​ຫາ​ໄດ້ ​4 ຄົນ.

​ວັນ​ທີ 7 ກຸ​ມພາ​ນີ້, ເຮືອ​ລາ​ດຕະ​ເວນ​ເລກທີ 864 ຂອງ​ກອງທັບ​ເຮືອ​ອິນ​ໂດ​ເນ​ເຊຍ​ໄດ້​ສະ​ກັດ​ເຮືອ​ຫາ​ປາ​ລຳ​ໜຶ່ງ​ຊື່​ວ່າ "Sunrise Glory" ຢູ່​ນ່ານນ້ຳລະຫວ່າງ​ສິງກະ​ໂປ ​ແລະ​ເກາະບາ​ຕຳ​ອິນ​ໂດ​ເນ​ເຊຍ ​ເຊິ່ງ​ເດີນທາງ​ຈາກ​ສິງ​ກະ​ໂປ​ໄປ​​​ອິນ​ໂດ​ເນ​ເຊຍ​ໂດຍທີ່ີ​ບໍ່​ມີ​​ໃບອະນຸຍາດແຕ່​ຢ່າງ​ໃດ. ​ເຈົ້າ​ໜ້າ​ທີ່​ທະຫານ​ເຮືອອິນ​ໂດ​ເນ​ເຊຍ​ໄດ້​ນຳ​ເຮືອ​ລຳນີ້​ໄປ​ຮອດ​ທ່າ​ປາ​ຕູ​ອຳ​ປາເກາະບາ​ຕຳ ​ແລ້ວ​ຄົ້ນ​ພົບ​ຖົງ​ເຂົ້າ 41 ຖົງ​ທີ່​ບັນຈຸ​ຢາ​ໄອສ ​ແລະ​ມີ​ນ້ຳໜັກ​ເຖິງ 1029 ກິ​ໂລ. ປັດຈຸບັນ, ອົງການ​ປະຕິ​ບັດ​ກົດໝາຍ​ອິນ​ໂດ​ເນ​ເຊຍ​ກຳລັງ​ສືບ​ສວນ ​ແລະ​ຄົ້ນ​ຫາແຫຼ່ງ​ຜະລິດ​ຂອງ​ຢາ​ເສບ​ຕິດ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ