ຕາມຂ່າວCRI: ວັນທີ 12 ກຸມພານີ້, ພິທີເລີ່ມກໍ່ສ້າງໂຄງການສູນບຳບັດຢາເສບສະກູຊັນ ເດວເຊິຣຕິດຟິລິບປິນທີ່ໄດ້ຮັບການຊ່ວຍເຫຼືອຈາກຈີນໄດ້ຈັດພິທີເປີດຢ່າງເປັນທາງການຢູ່ແຂວງອະກູຊັນ ເດວ ເຊິຣເກາະມົນດານາວຟິລິບປິນ.
ທ່ານຈີ່ນຢວນ ທີ່ປຶກສາທູດເສດຖະກິດການຄ້າຂອງສະຖານທູດຈີນປະຈຳຟິລິບປິນກ່າວວ່າ: ຈີນໄດ້ຊ່ອຍເຫຼືອຟິລິປິນກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດ 2 ແຫ່ງ ເຊິ່ງແມ່ນໝາກຜົນທີ່ສຳຄັນທີ່ໄດ້ບັນລຸໃນເດືອນຕຸລາປີ 2016 ໃນເວລາທ່ານດູເຕີເຕ ປະທານາທິບໍດີຟິລິບປິນຢ້ຽມຢາມປະເທດຈີນ ແລະພົບປະກັບທ່ານສີຈິ້ນຜິງ ປະທານປະເທດຈີນ. ສູນບຳບັດຜູ້ຕິດຢາເສບຕິດທີ່ຕັ້ງຢູ່ແຂວງອະກູຊັນ ເດວ ເຊິຣສາມາດຮັບຜູ້ຕິດຢາເສບຕິດເພດຊາຍ 100 ຄົນ ແລະຍິງ 50 ຄົນ, ອີກສູນໜຶ່ງທີ່ຕັ້ງຢູ່ແຂວງສະຣັງກັນນີສາມາດຮັບຜູ້ຕິດຢາເສບຕິດເພດຊາຍໄດ້ 120 ຄົນ ແລະຍິງ 30 ຄົນ. ໂຄງການດັ່ງກ່າວລວມເນື້ອທີ່ 6 ເຮັກຕາ ແລະເນື້ອທີ່ການກໍ່ສ້າງມີປະມານ 13.500 ຕາແມັດ, ໄຊ້ເວລາໃນການກໍ່ສ້າງ 21 ເດືອນ.