ຈີນ​ສົ່ງ​ດາວ​ທຽມ​ພາ​ທາງ​ເປີຍ​ໂຕ​ດວງ​ທີ 28 ແລະ 29
2018-02-13 16:19:34  cri 
    ເວ​ລາ 13 ໂມງ 3 ນາ​ທີ​ຂອງວັນ​ທີ 12 ກຸມ​ພານີ້, ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມ​ຊີ່​ຊ່າງ, ຈີນ​ໄດ້​ໃຊ້​ຈະຫຼວດ​ສົ່ງ​ຍານ "ຊາງ​ເຈີ່ງ 3B" ສົ່ງ​ດາວ​ທຽມ​ພາ​ທາງ​ເປີຍ​ໂຕດວງ​ທີ 28 ແລະ 29 ຢ່າງ​ສຳ​ເລັດ​ຜົນ.

    ດາວ​ທຽມ​ສອງດວງ​ດັ່ງ​ກ່າວ ແມ່ນ​ດາວ​ທຽມ​ວົງ​ໂຄ​ຈອນ​ໜ່ວຍ​ໂລກ​ຮູບ​ມົນ​ກາງ, ແມ່ນດວງ​ທີ 5 ແລະ 6 ຂອງ​ໂຄງ​ການ​ເປີຍ​ໂຕ 3 ຂອງ​ຈີນ. ສ່ວນ​ການ​ສົ່ງ​ດາວ​ທຽມ​ຄັ້ງ​ນີ້ ເປັນ​ຄັ້ງ​ທີ 3 ຂອງ​ໂຄງ​ການ​ດັ່ງ​ກ່າວ ແລະ​ກໍ​ແມ່ນ​ວຽກ​ງານ​ສຸດ​ທ້າຍ​ຂອງ​ຂະ​ແໜງ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ໃນ​ປີ​ໄກ່​ຈັນຕາມ​ທະ​ຄະ​ຕິ​ຈີນ.

    ຫຼັງ​ຈາກ​​ຂຶ້ນ​ສູ່​ອະ​ວະ​ກາດ​ເປັນ​ເວ​ລາ 3 ຊົ່ວ​ໂມງ​ປາຍ, ດາວ​ທຽມ​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນ​ທີ່​ກຳ​ນົດ​ໄວ້​ລ່ວງ​ໜ້າ, ຫຼັງ​ຈາກນັ້ນ, ຈະ​ດຳ​ເນີນ​ການ​ວັດ​ແທກ​ໂດຍ​ລວມ​, ​ການ​ທົດ​ລອງ​ແລະ​ການ​ປະ​ເມີນ, ພ້ອມ​ທັງ​ຮ່ວມ​ກັບ​ດາວ​ທຽມ 4 ໜ່ວຍ​ຂອງ​ໂຄງ​ການ​ເປີຍ​ໂຕ 3 ທີ່​ສົ່ງ​ຂຶ້​ນ​ສູ່​ອະ​ວະ​ກາດ​ກ່ອນ​ໜ້ານີ້ນັ້ນ ປະ​ກອບ​ເປັນ​ເຄືອ​ຂ່າຍ​ແລະ​​ເລີ່ມດຳ​ເນີນ​ງານຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ