"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ນຳ​ເອົາ​ໂອ​ກາດ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ມາ​ເລ​ເຊຍ-ຈີນ
2018-02-13 16:21:54  cri 
    ​ຊູນ​ຕານ ມູ​ຮາມ​ມັດ ​ທີ 5 ປະ​ມຸກ​ລັດ​ສູງ​ສຸດ​ມາ​ເລ​ເຊຍ ກ່າວ​ໃນ​ວັນ​ທີ 12 ກຸມ​ພານີ້​ວ່າ, ດີ​ໃຈຫຼາຍ​ທີ່​ໄດ້​ເຫັນ​ວ່າ ປະ​ເທດ​ຕົນ​ແລະ​ຈີນ​ໄດ້​ຮັບ​ໝາກ​ຜົນ​ຢ່າງຫຼວງຫຼາຍ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄ້າ, ໂຄງ​ການ​ໃຫຍ່ ແລະ​ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທີ່​ຈີນ​ສະ​ເໜີນັ້ນ ໄດ້​ນຳ​ເອົາ​ໂອ​ກາດ​ໃໝ່​ມາ​ໃຫ້​ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ.

    ຊູນ​ຕານ ມູ​ຮາມ​ມັດ ໄດ້​ກ່າວ​ຄຳ​ດັ່ງ​ກ່າວ ໃນ​ເວ​ລາ​ຮັບ​ເອົາ​ສານ​ຕາ​ຕັ້ງ​​ຈາກທ່ານ ປາຍ​ທ່ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມາ​ເລ​ເຊຍ​ຄົນ​ໃໝ່.

    ທ່ານ ປາຍ​ທ່ຽນ ກ່າວ​ວ່າ, ນັບ​ແຕ່​ຈີນ-ມາ​ເລ​ເຊຍ ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ເປັນ​ເວ​ລາ 44 ປີ​ມານີ້, ສອງ​ປະ​ເທດ​ໄດ້​ຍຶດ​ໝັ້ນ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ຕະຫຼອດ​ມາ, ສາຍ​ພົວ​ພັນ​ສອງ​ປະ​ເທດ​ໄດ້​ເຂົ້າ​ສູ່​ສະ​ພາບ​ການ​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ, ຮອບ​ດ້ານ ແລະ​ວ່ອງ​ໄວ ເຊິ່ງ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ​ຢ່າງຫຼວງຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ