ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ດຸງ​ອິນ​ໂດ​ເນ​ເຊຍ​ຈະ​ເລີ່ມ​ກໍ່​ສ້າງ​ໃນ​ເດືອນ​ພຶດ​ສະ​ພາ​ປີນີ້
2018-02-13 16:24:06  cri 
    ໜັງ​ສື​ພິມ "ກົວ​ຈີ້ຢື້​ປ້າວ" ອິນ​ໂດ​ເນ​ເຊຍ​ລາຍ​ງານ​ໃນ​ຫວ່າງມໍ່ໆ​ນີ້​ວ່າ, ກະ​ຊວງ​ປະ​ສານ​ງານ​ວຽກ​ງານ​ທາງ​ທະ​ເລ​ອິນ​ໂດ​ເນ​ເຊຍ​ໄດ້​ໃຫ້​ຮູ້​ວ່າ, ບັນ​ຫາ​​ເວນ​ຄືນ​ທີ່​ດິນ​ຂອງໂຄງ​ການກໍ່​ສ້າງ​ທາງລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ດຸງ ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເຖິງ​ຖອງ​ໃນ​ຫວ່າງມໍ່ໆ​ມານີ້ ແລະ​ຄາດ​ວ່າ, ການກໍ່​ສ້າງ​ ຈະ​ເລີ່ມ​ແຕ່​ເດືອນ​ພຶດ​ສະ​ພາ​ປີນີ້ເປັນ​ຕົ້ນ​ໄປ.

    ທ່ານ ບູ​ດີ ຄາ​ຢາ ຊູ​ມາ​ດີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ຫຼັງ​ຈາກ​ປະ​ຕິ​ບັດ​ມາດ​ຕະ​ການ​ເລັ່ງ​ດ່ວນວຽກ​ງານ​ເວນ​ຄືນທີ່​ດິນ, ໂຄງ​ການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ດຸງ ຈະ​ເຂົ້າ​ສູ່​ໄລ​ຍະ​ກໍ່​ສ້າງ​ໃນ​ໄວໆ​ນີ້. ລັດ​ຖະ​ບານ​ຫວັງ​ວ່າ​ຈະ​ສຳ​ເລັດ​ວຽກ​ງານ​ເວນ​ຄືນທີ່​ດິນ​ກ່ອນ​ທ້າຍ​ເດືອນ​ເມ​ສາ ແລະ​ຈະ​ໄດ້​ຮັບ​ເງິນ​ກູ້​ຈາກ​ຈີນ​ໃນ​ເວ​ລານັ້ນ.

    ງົບ​ປະ​ມານໂຄງ​ການກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ຕຸງ ​ມີ​ທັງ​ໝົດ 5 ຕື້ 900 ລ້ານ​ໂດ​ລາ​ສະ​ຫະ​ລັດ, ໄດ້​ເລີ່ມ​ດຳ​ເນີນ​ໂຄງ​ການ​ໃນ​ປີ 2015, ແຕ່​ຍ້ອນ​ບໍ່​ໄດ້​ແກ້​ໄຂ​ບັນ​ຫາ​ເວນຄືນ​ທີ່​ດິນ ຈຶ່ງ​ກາຍເວ​ລາ​ມາ 2 ປີ ສະ​ນັ້ນ, ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ຈຶ່ງ​ໄດ້​ແກ່​ຍາວ​ເວ​ລາ​ຂອງໂຄງ​ການ​ທີ່​ຄາດ​ໄວ້​ລ່ວງ​ໜ້າວ່າ​ຈະ​ໃຫ້​ສຳ​ເລັດ​ໃນ​ປີ 2019 ມາ​ເປັນ​ປີ 2020.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ