ສະ​ມາ​ຄົມ​ຊາວ​ຈີນ​ມາ​ເລ​ເຊຍ​ຈະ​ສືບ​ຕໍ່​ເປັນ​ຂົວ​ລະ​ຫວ່າງ​ສອງ​ຊາດ​ເພື່ອ​ຊຸກ​ຍູ້​ການກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2018-02-13 16:26:16  cri 
    ກ່ອນ​ໜ້ານີ້​ບໍ່​ດົນ, ທ່ານ ລຽວ​ຕົງ​ໄລ ປະ​ທານ​ສະ​ມາ​ຄົມ​ຊາວ​ຈີນ​ມາ​ເລ​ເຊຍ ເຊິ່ງ​ເປັນ​ພັກ​ການ​ເມືອງໜຶ່ງ​ທີ່​ຖື​ຊາວ​ຈີນ​ເປັນ​ພື້ນ​ຖານ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ມາ​ເລ​ເຊຍ ໄດ້​ກ່າວ​ຢູ່​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ​ວ່າ, ສະ​ມາ​ຄົມ​ຕົນ​ຈະ​ສືບ​ຕໍ່​ເປັນ "ຂົວ​ລະ​ຫວ່າງ​ມາ​ເລ​ເຊຍ-ຈີນ", ຊຸກ​ຍູ້​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່​ງ​ເສັ້ນ​ທາງ" ຢູ່​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ ແລະ​ເຮັດ​ໃຫ້​ປະ​ຊ​າ​ຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ໂຄງ​ການ​ດັ່ງ​ກ່າວ.

    ກ່ອນ​ໜ້ານີ້​ບໍ່​ດົນ, ສະ​ມາ​ຄົມ​ຊາວ​ຈີນ​ມາ​ເລ​ເຊຍ ໄດ້​ເປີດ​ເຜີຍ​ແຜນ​ການ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ສະ​ບັບ​ທີ 2, ໂດຍ​ໄດ້​ກຳ​ນົດ 5 ຍຸດ​ທະ​ສາດ​ການ​ເຄື່ອນ​ໄຫວ​ທີ່​ມີ​ເປົ້າ​ໝາຍ​ຢ່າງ​ຈະ​ແຈ້ງ​ຄື: ການ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ​ກັບ​ການ​ປະ​ກອບ​ທຸ​ລະ​ກິດ​ຂອງ​ຊາວ​ໜຸ່ມ, ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ໄປ​ພັດ​ທະ​ນາ​ຢູ່​ຕ່າງ​ປະ​ເທດ, ເວ​ທີ​ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງ​ທຶນ, ເວ​ທີ​ຕິດຕໍ່​ພົວ​ພັນ​ນະ​ໂຍ​ບາຍ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ ການ​ສຶກ​ສາ​ອົບ​ຮົມ ໂດຍ​ຫວັງ​ວ່າ​ຈະ​ນຳ​ພາ​ວິ​ສາ​ຫະ​ກິດ​ແລະ​ປະ​ຊາ​ຊົນ​ມາ​ເລ​ເຊຍ ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ລະ​ຫວ່າງ​ມາ​ເລ​ເຊຍ​ ແລະ ຈີນນັບ​ມື້​ນັບຫຼາຍ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ