ຈີນ​ລົງທຶນ​ຢູ່​ຕ່າງປະ​ເທດ​ເພີ່ມ​ຂຶ້ນ 3 ​ເດືອນ​ຕໍ່​ເນື່ອງ
2018-02-14 11:16:27  cri 

ກະຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 13 ກຸມພາ​ນີ້​ວ່າ: ​ໃນ​ເດືອນ​ມັງກອນ​ຜ່ານ​ມາ, ຈີນ​ລົງທຶນ​ຢູ່​ຕ່າງປະ​ເທດ​ໂດຍ​ກົງ​ທີ່​ບໍ່​ແມ່ນ​ດ້ານການ​ທະນາຄານ ​ໄດ້​ບັນລຸ​ເຖິງ 10 ຕື້ 800 ລ້ານ​ໂດ​ລາ​ສະຫະລັດ ​ເພີ່ມ​ຂຶ້ນ 39,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2017 ​ແລະ​ເປັນ​ການ​ເພີ່ມ​ຂຶ້ນ 3 ​ເດືອນ​ຕໍ່​ເນື່ອງ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ.

ທັງ​ນີ້ ​ໃນ​ເດືອນ​ມັງກອນ​ຜ່ານ​ມາ, ນັກ​ລົງທຶນ​ພາຍ​ໃນ​ປະ​ເທດ ​ໄດ້​ລົງ​ທຶນ​ໂດຍ​ກົງຕໍ່​ວິ​ສາ​ຫະກິດ 955 ​ແຫ່ງ​​ໃນ 99 ປະ​ເທດ ​ແລະ ​ເຂດ​ແຄວ້ນ ​ໂດຍ​ບໍ່​ແມ່ນ​​ການລົງທຶນ​ດ້ານ​ການ​ທະນາຄານ ​ລວມທັງ​ໝົດ​ແລ້ວ​ 69 ຕື້ 510 ລ້ານ​ຢວນ ຫຼື 10 ຕື້ 800 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ນີ້, ​ລົງທຶນ​ຢູ່ 46 ປະ​ເທດ​ທີ່ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​​ໄດ້ບັນລຸ 1 ຕື້ 230 ລ້ານ​ໂດ​ລາ​ສະຫະລັດ ​ເພີ່ມຂຶ້ນ 50% ​ເຊິ່ງຕົ້ນຕໍ​ແມ່ນ​ລົງທຶນ​ຢູ່​ລາວ, ສິງກະ​ໂປ, ມາ​ເລ​ເຊຍ, ຫວຽດນາມ, ອິນ​ໂດ​ເນ​ເຊຍ, ປາ​ກິ​ສະຖານ ​ແລະ ສິລັງກາ​ເປັນຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ