ຈີນ​ສຳ​ເລັດ​ການ​ສຳຫຼວດວິທະຍາສາດ​ສັງລວມມະຫາ​ສະໝຸດຢູ່ຂົ້ວ​ໂລກ​ໃຕ້
2018-02-14 11:20:20  cri 

ຫຼັງຈາກ​​ໃຊ້​ເວລາ 46 ມື້ ​ໂດຍ​ໄດ້ຜ່ານ​ຜ່າຄວາມ​ຫຍຸ້ງຍາກ​ຕ່າງໆ ​ເຊັ່ນ ສະພາບອາກາດ​ທີ່​ຮ້າຍແຮງ ​ແລະ ບັນຫາ​ຈາກນ້ຳກ້ອນ​ລອຍ​, ​ເຮືອສຳຫຼວດວິທະຍາ​ສາດ "ຊ້ຽງຢາງ​ຫົງ 01" ຂອງ​ຈີນ​ໄດ້​ສຳ​ເລັດໜ້າ​ທີ່ການ​ສຳຫຼວດວິທະຍາສາດຢູ່​ບໍລິ​ເວນ​ຮູບ​ວີ​ມະຫາ​ສະໝຸດອັດ​ລັງ​ຕິກ ​ທີ່​ນອນ​ຢູ່​ໃນ​ໂຄງການ​ສຳຫຼວດຂົ້ວ​ໂລກ​ໃຕ້​ຄັ້ງທີ 34 ​ແລະການ​ສຳຫຼວດວິທະຍາສາດ​ສັງ​ລວມມະຫາ​ສະໝຸດ​ຕອນ​ທາງ​ເດີນ​ເຮືອ​ຂົ້ວ​ໂລກ​ໃຕ້ທີ່​ນອນ​ຢູ່​ໃນ​ໂຄງການ​ສຳຫຼວດສັງ​ລວມມະຫາ​ສະໝຸດ​ອ້ອມ​ໂລກ​ຄັ້ງທຳ​ອິດ​ຂອງ​ຈີນ ​ແລະ ຈະ​ເດີນ​ເຮືອ​ເຖິງ​ທ່າ​ປຸນ​ຕາ ອ​ເຣນັສ ປະ​ເທດ​ຈີ​ເລ ​ໃນ​ຕອນ​ຄ່ຳ​ວັນ​ທີ 13 ກຸມພາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ.

ນີ້​ແມ່ນ​ເຮືອ "ຊ້ຽງຢາງ​ຫົງ 01" ປະຕິບັດ​ໜ້າ​ທີ່​ການ​ສຳຫຼວດວິທະຍາສາດທາງ​ເດີນ​ເຮືອ​ຕອນທີ 4 ທີ່​ນອນ​ຢູ່​ໃນ​ໂຄງການ​ສຳຫຼວດວິ​ທະຍາ​ສາດ​ສັງ​ລວມມະຫາ​ສະໝຸດ​ອ້ອມ​ໂລກ​ຄັ້ງທຳ​ອິດ​ຂອງ​ຈີນ ​ຍາວກວ່າ 5850 ​ໄມ​ທະ​ເລ. ທ່ານຫຼີ​ເຖກ່າງ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ມະຫາ​ສະໝຸດ​ເລກ​ໜຶ່ງ ກົມ​ມະຫາ​ສະໝຸດ​ແຫ່ງ​ຊາດຈີນ ກ່າວ​ວ່າ: ​ເທື່ອ​ນີ້ ​ເຮືອ "ຊ້ຽງຢາງ​ຫົງ 01" ຕົ້ນຕໍ​ດຳ​ເນີນ​ການ​ສຳຫຼວດວິທະຍາສາດ​ຢູ່​ບໍລິ​ເວນ​ຮູບ​ວີ​ມະຫາ​ສະໝຸດ​ອັດ​ລັງ​ຕິດ​ທີ່​ໃກ້​ກັບ​ຂົ້ວ​ໂລກ​ໃຕ້ ກ່ອນ​ໜ້າ​ນີ້, ຈີນ​​ສາມາດ​​ເກັບກຳຂໍ້​ມູນຢູ່ບໍລິ​ເວນ​ດັ່ງກ່າວ​​ໜ້ອຍຫຼາຍ ​ແລະ​ການ​ເດີນ​ເຮືອສຳຫຼວດວິທະຍາສາດ​ເທື່ອ​ນີ້ ກໍ​ເປັນ​ການ​ຕື່ມ​ຂໍ້​ມູນ​ດັ່ງກ່າວ​ໃຫ້​ສົມບູນ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ