ກວາງຊີ​ຈະ​ຈັດ​ກິດຈະກຳ "​ສັບປະດາໂທລະພາບ​ພິ​ເສດ​ບຸນ​ກຸດ​ຈີນ"
2018-02-14 15:42:52  cri 

ທ່ານ​ເຜິ​ງກ່າງ ອະດີດຫົວໜ້າພະ​ແນ​ກຂ່າວສານ, ການພິມ​ຈຳໜ່າຍ, ວິທະຍຸ, ຮູບ​ເງົາ ​ແລະ​ ​ໂທລະພາບ​ເຂດ​ກວາງຊີ ສປ ຈີນ ​ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 13 ກຸມພາ​ນີ້​ວ່າ: ​ໂດຍ​ພາຍ​ໃຕ້​ການວາງ​ແຜນ​ເປັນ​ເອກະ​ພາບ​ຂອງ​ອົງການ​ວິທະຍຸ-​ໂທລະພາບ​ແຫ່ງ​ຊາດ​ຈີນ, ກວາງຊີ ຈະ​ຈັດ​ກິດຈະກຳ "ສັບປະດາ​ໂທລະພາບ​ພິ​ເສດ​ບຸນ​ກຸດ​ຈີນ" ຢູ່​ປະ​ເທດ​ໃນ​ອາ​ຊຽນ ​ເຊັ່ນອິນ​ໂດ​ເນ​ເຊຍ, ກຳປູ​ເຈຍ, ມາ​ເລ​ເຊຍ ​ແລະ ​ໄທ​ເປັນຄັ້ງທຳ​ອິດ ​ເພື່ອ​ເສີມ​ສ້າງ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຝ່າຍ​ດ້ວຍ​ການ​ແລກປ່ຽນ​ວັດທະນະທຳ.

ອຳນວຍ​ການ​ສະຖານີ​ໂທລະພາບ​ກວາງຊີ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ວັດທະນະທຳ​ດ້ານ​ການ​ກິນ​ດື່ມ, ປະ​ເພນີ, ຈົນກະທັ້ງພາສາ​ທ້ອງ​ຖິ່ນຂອງ​ຈີນ ​ເຄີຍ​ມີ​ຜົນ​ສະທ້ອນ​ຕໍ່​ປະ​ເທດ​ໃນ​ອາ​ຊຽນຢ່າງ​ເລິກ​ເຊິ່ງ ປະ​ເທດ​ຕ່າງໆ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ມະຫາສານ​ດ້ານ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ ຂະ​ແໜງ​ການນະ​ວັດຕະ​ກຳ ​ແລະ ການທ່ອງທ່ຽວ​ເປັນຕົ້ນ ​ເນື່ອງ​ຈາກ​ວ່າບຸນ​ກຸດ​ຈີນ​ແມ່ນ​ບຸນ​ປະ​ເພນີ​ທີ່​ສຳຄັນ​ຂອງ​ຊົນ​ຊາດ​ຈີນ ​ແລະ​ນັບ​ມື້​ນັບ​ກາຍ​ເປັນ​ເວທີ​ທີ່​ສະ​ແດງ​ວັດທະນະທຳ​ຈີນ​ຕໍ່​ໂລກ ສະນັ້ນ, ຈຶ່ງ​ຫວັງ​ວ່າ​ກິດຈະກຳ​ດັ່ງກ່າວ​ຈະ​ສາມາດ​ດຶງ​ຄວາມ​ຫ່າງ​ທາງ​ຈິດ​ໃຈ​ລະຫວ່າງ​ປະຊາຊົນ​ບັນດາ​ປະ​ເທດ​ໃຫ້​ຫຍັບ​ມໍ່​ເຂົ້າກັນ​ຂຶ້ນຕື່ມອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ