ການ​ຄ້າ​ກັບປະ​ເທດ​ແລະ​ເຂດ​ແຄວ້ນ FTA ຂອງ​ໄທບັນລຸ​ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ
2018-02-14 15:44:51  cri 
ກະຊວງ​ການ​ຄ້າ​ໄທຢືນຢັນຫວ່າງ​ມໍ່ໆ​ມາ​ນີ້ວ່າ: ມູນ​ຄ່າ​ການ​ຄ້າກັບປະ​ເທດ ​ແລະ ​ເຂດ​ແຄວ້ນ ທີ່​ເປັນ​ຄູ່​ຮ່ວມ​ການ​ຄ້າ​ຂອງ​ຕົນ​ແລະ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ເສລີ ຫຼື FTA ​ໄດ້​ບັນລຸ​ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ ​ໃນ​ນີ້, ​ມູນ​ຄ່າ​ການ​ຄ້າ​ກັບ​ອາ​ຊຽນ​ໃນ FTA ​ໄດ້​ເພີ່ມ​ຂຶ້ນ​ເຖິງ 707% ​​ແຕ່​ມູນ​ຄ່າ​ການ​ຄ້າ​ກັບປະ​ເທດ ​ແລະ ​ເຂດ​ແຄວ້ນ​ທີ່​ບໍ່​ໄດ້​ເຊັນ FTA ​ນັ້ນ ພັດ​ຍັງ​ຕ່ຳ​ກວ່າຫຼາຍ ​ເຊັ່ນ​ ໃນ​ 10 ປີຜ່ານ​ມາ, ມູນ​ຄ່າ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ​ຂອງ​ໄທ​ໄດ້​ເພີ່ມ​ຂຶ້ນພຽງ​ແຕ່ 61,2% ​ແລະ ກັບສະຫະພາບ​ເອີຣົບ​ໄດ້​ເພີ່ມ​ຂຶ້ນພຽງ​ແຕ່ 31,6% ​ເທົ່າ​ນັ້ນ. ສະນັ້ນ, ​ໃນຕໍ່​ໜ້າ, ​ໄທ​ຈະ​ເພີ່ມ​ທະວີ​ການ​ເຈລະຈາ​ກັບບັນດາປະ​ເທດ ​ແລະ ​ເຂດ​ແຄວ້ນ​ທີ່​ເປັນ​ຄູ່​ຮ່ວມ​ການ​ຄ້າ​ກັບ​ຕົນ ​ໂດຍ​ສະ​ເພາະ​ຈະ​ກຳນົດ​ເອົາ​ອາ​ເມ​ລິ​ກາ ​ແລະ ສະຫະພາບ​ເອີຣົບ​ເປັນ​ເປົ້າໝາຍ​ການ​ເຈລະຈາ​ໃນ​ຂັ້ນ​ຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ