ຄູ່ຜົວ​ເມຍ​ຝາກ​ຄວາມ​ຄິດ​ເຖິງ​ກັນ​ດ້ວຍ​ແຜ່ນ​ເຈ້ຍໃນ​ໄລຍະ​ບຸນ​ກຸດ​ຈີນ 20 ກວ່າ​ປີ​​ແລ້ວ
2018-02-14 15:54:13  cri 

ນາງ​ເຣິນຢ້າຈ່ວນ ​ແລະ ທ້າວຫຼີສວນ​ຈົ່ງ ​ເປັນ​ຄູ່​ຜົວ​ເມຍ​ກັນ ສອງ​ຄົນລ້ວນ​ແຕ່​ເຮັດ​ວຽກ​ໃນ​ອົງການ​ທາງ​ລົດ​ໄຟ ທັງ​ເປັນ​ຫົວໜ້າ​ໜ່ວຍ​ງານ​ລົດ​ໄຟ ​ແຕ່​ຮັບຜິດຊອບ​ເສັ້ນທາງ​ລົດ​ໄຟ​ທີ່​ຕ່າງ​ກັນ. ນັບ​ແຕ່​ສອງ​ຄົນ​ໄດ້​ແຕ່ງງານ​ເມື່ອ​ປີ 1995 ​ເປັນຕົ້ນມາ, ສອງ​ຄົນ​​ມີ​ໂອກາດ​ຢູ່​ຮ່ວມ​ກັນ​ບໍ່ຫຼາຍປານ​ໃດຍ້ອນ​ວຽກ​ງານ ດັ່ງນັ້ນ, ​ໃນ​ໄລຍະ​ບຸນ​ກຸດ​ຈີນ ສອງ​ຄົນຈຶ່ງ​ຂຽນ​ຄວາມ​ຄິດ​ຮອດ​ຄິດ​ເຖິງກັນ​ລົງ​ໃສ່​ແຜ່ນ​ເຈ້ຍ ​ແລະປະ​ໄວ້​ຢູ່​ທາງ​ເຂົ້າ​ພໍ​ເປີດ​ປະຕູກໍຈະ​ເຫັນທັນທີ ສອງຜົວ​ເມຍ​​ຝາກ​ຄວາມ​ຄິດ​ຮອດ​​ເຊິ່ງກັນ​ແລະ​ກັນດ້ວຍວິທີ​ແບບນີ້ມາ​ເປັນ​ເວລາ 2​0 ກວ່າ​ປີ​ແລ້ວ.



1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ