ກອງ​ປະ​ຊຸມ​ກົນ​ໄກ​ປຶກ​ສາ​ຫາ​ລື​ສອງ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ລະ​ຫວ່າງ​ຈີນ-ຟີ​ລິບ​ປີນ​ຄັ້ງ​ທີ 2 ຈັດ​ຂຶ້ນ​ຢູ່​ມະ​ນີ​ລາ
2018-02-14 16:38:17  cri 

 

ຕາມ​ຂ່າວ CRI: ກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ​ກົນ​ໄກ​ປຶກ​ສາ​ຫາ​ລື​ສອງ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ລະ​ຫວ່າງ​ຈີນ-ຟີ​ລິບ​ປີນ​ຫຼື BCM ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມະ​ນີ​ລາ​ປະ​ເທດ​ຟີ​ລິບ​ປີນ​ໃນ​ວັນ​ທີ 13 ກຸມ​ພາ​ນີ້. ທ່ານ​ຂົງ​ສວນ​ຢິ້ວ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ທ່ານ​ເອັນ​ຣິກ ມະ​ນະ​ໂລ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປີນ​ທີ່​ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ພ້ອມ​ດ້ວຍ​ຄະ​ນະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ. ສອງ​ຝ່າຍ​ກ່າວ​ເນັ້ນ​ວ່າ​ກອງ​ປະ​ຊຸມ​ຄັ້ງ​ນີ້​ສຳ​ຄັນ​ທີ່​ສຸດ, ກົນ​ໄກ​ປຶກ​ສາ​ຫາ​ລື​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ.

ກອງ​ປະ​ຊຸມ BCM ​ຄັ້ງ​ທີ 3 ຈະ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ຈີນ​ໃນ 6 ເດືອນ​ທ້າຍ​ປີ 2018.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ