ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ກຳ​ປູ​ເຈຍ
2018-02-14 16:41:47  cri 
ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ກ່າວ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມໃນ​ວັນ​ທີ 13 ກຸມ​ພາ​ນີ້​ວ່າ, ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຕົນ.

ທ່ານ​ຮຸນ​ແຊນ​ກ່າວຕື່ມ​ວ່າ, ກຳ​ປູ​ເຈຍ​ຂາດ​ບຸກຄະ​ລາ​ກອນ​ມື​ອາ​ຊີບ​ຢ່າງ​ຫຼວງ​ຫຼາຍ, ປະ​ເທດ​ຕົນ​ໃນ​ເວ​ລາ​ເຊື້ອ​ເຊີນ​ນັກ​ວິ​ຊາ​ການ​ຕ່າງ​ປະ​ເທດ​ເຂົ້າ​ມາ​ກໍ​ຕ້ອງ​ຊຸກ​ຍູ້​ແລະ​ເພີ່ມ​ທະ​ວີສຶກ​ສາ​ອົບ​ຮົບ​ຕໍ່​ຊັບ​ພະ​ຍາ​ກອນມະ​ນຸດຢ່າງ​ຕັ້ງ​ໜ້າ. ໃນ​ປີ​ນີ້​ເປັນ​ຕົ້ນ​ມາ, ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ໄດ້​ສ້າງ​ ວຽກ​ເຮັດງານ​ທຳ 3 ແສນ​​ຕຳ​ແໜ່ງ​ໃຫ້​ແກ່​ປະ​ເທດ​ຕົນ​.

ບົດ​ລາຍ​ງານ​ສະ​ບັບ​ໜຶ່ງ​ທີ່​ທະ​ນາ​ຄານ​ໂລກ​ເປີດ​ເຜີຍ​ໃນ​ເດືອນ​ຕຸ​ລາ​ປີ​ຜ່ານ​ມາ​ສະ​ແດງ​ໃຫ້​ເຫັນ​ວ່າ, ເຖິງວ່າ​ເສດ​ຖະ​ກິດ​ໂລກ​ຍັງ​ມີ​ຄວາມ​ບໍ່​ແນ່ນອນ​ຢ່າງ​ຫຼວງ​ຫຼາຍ, ​​ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່ປະ​ເທດ​ພັດ​ທະ​ນາ​ແລ້ວ​ແລະ​ປະ​ເທດ​ພວມ​ພັດ​ທະ​ນາ​ຜະ​ເຊີນ​ໜ້າ​ໄດ້​ເພີ່ມ​ຂຶ້ນກໍ​ຕາມ, ແຕ່​ວ່າ​ເສດ​ຖະ​ກິດ​ກຳ​ປູ​ເຈຍ​​ຍັງສາ​ມາດ​ຮັກ​ສາ​ທ່າ​ອຽງ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ໃນ​ໄລ​ຍະ​ສັ້ນ​ແລະ​ໄລ​ຍະ​ກາງ. ບົດ​ລາຍ​ງານ​ດັ່ງ​ກ່າວ​ຄາດ​ວ່າ​ປີ​ນີ້​ເສດ​ຖະ​ກິດ​ກຳ​ປູ​ເຈຍ​ຈະ​ສາ​ມາດ​ເຕີບ​ໂຕ​ປະ​ມານ 7%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ