ຟີ​ລິບ​ປີນ​ປະ​ກາດ​ຍົກ​ເລີກ​ສັນ​ຍາຈັດ​ຊື້​ເຮ​ລິ​ກົບ​ແຕ​ຈາກ​ກາ​ນາ​ດາ
2018-02-14 16:45:15  cri 
ກະ​ຊວ​ງ​ປ້ອງ​ກັນ​ປະ​ເທດ​ຟີ​ລິບ​ປີນ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 13 ກຸມ​ພາ​ນີ້, ໂດຍ​ປະ​ກາດ​ວ່າ​ຍົກ​ເລີກ​ສັນ​ຍາ​ຈັດ​ຊື້​ເຮ​ລີ​ກົບ​ແຕ​ເບວ 16 ລຳ​ທີ່​ລົງ​ນາມ​ກັບ​ບໍ​ລິ​ສັດ​ກາ​ນາ​ດາ​ກ່ອນ​ໜ້າ​ນີ້.

​ສັນ​ຍາ​ດັ່ງ​ກ່າວ​ທີ່​ມີ​ມູນ​ຄ່າ 233 ລ້ານ​ໂດ​ລາ​ສະ​ຫະ​ລັດ​ແມ່ນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຟີ​ລິບ​ປີນ​ແລະ​ບໍ​ລິ​ສັດ​ການ​ຄ້າ​ກາ​ນາ​ດາ​ລົງ​ນາມ​ໃນ​ວັນ​ທີ 6 ກຸມ​ພາ​ນີ້. ແຕ່​ຫຼັງ​​ຈາກນັ້ນ​ສອງວັນ, ລັດ​ຖະ​ບານ​ກາ​ນາ​ດາ​ປະ​ກາດ​ຈະ​ກວດ​ສອບ​ຕໍ່​ສັນ​ຍາ​ດັ່ງ​ກ່າວ​ຄືນ​ໃໝ່ໂດຍ​ອ້າງວ່າ​ລັດ​ຖະ​ບ​ານ​ຟີ​ລິບ​ປີນ​ຊຸດ​ປັດ​ຈຸ​ບັນ​ມີ​ການ​ກະ​ທຳ​ທີ່​ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດ​ໃນ "ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ", ກາ​ນາ​ດາ​ເປັນ​ຫ່ວງວ່າ​ເຮ​ລິ​ກົດ​ແຕງວດ​ນີ້​ຈະ​ຖືກ​ໃຊ້​ໃນ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ທີ່​ລ່ວງ​ລະ​ເມີດ​ສິດ​ທິ​ມະ​​ນຸດ.

ກ່ອນ​ໜ້າ​ນີ້, ທ່ານ​ໂຣ​ດ​ຣີໂກ ຕູ​ເ​ຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ​ໄດ້​ຕຳ​ນິ​​ຄວາມ​ເວົ້າ​ຂອງ​ລັດ​ຖະ​ບານ​ກາ​ນາ​ດາ​ຢ່າງ​ຮຸນ​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ