ຜູ້ນຳ​ສູງ​ສຸດ ສປປ ​ເກົາຫຼີ​ຢືນຢັນ​ວ່າ​ຈະ​ສ້າງ​ບັນຍາກາດ​ການ​ເຈລະຈາ​ແກ້​ໄຂ​​ເພື່ອ​ຄວາມ​ປອງ​ດອງ​ຂອງ​ສອງ​ປະ​ເທດ
2018-02-14 16:16:37  cri 
ວັນ​ທີ 13 ກຸ​ມພາ​ນີ້, ສຳນັກ​ຂ່າວ​ສູນ​ກາງ ສປປ ​ເກົາຫຼີ​ລາຍ​ງານ​ວ່າ: ​ໃນ​ວັນ​ທີ 12 ກຸມພາ​ນີ້, ທ່ານ​ກິມ​ເຈິ​ງອູ​ນ ຜູ້ນຳ​ສູງ​ສຸດ ສປປ ​ເກົາຫຼີ​ໄດ້​ຟັງການ​ລາຍ​ງານ​ ​ແລະ​ເພິ່ງ​ພໍ​ໃຈ​ຕໍ່ຄະນະ​ຜູ້​ແທນ​ລະດັບ​ສູງຂອງ​ປະ​ເທດ​ຕົນ​​ທີ່​ໄດ້​ກັບ​ຄືນ​ຈາກ ສ ​ເກົາຫຼີ. ທ່ານ​ກ່າວ​ວ່າ: ສ ​ເກົາຫຼີ​​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​​ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ລະດັບ​ສູງ​ ​ແລະຄະນະ​ນັກ​ກິລາຂອງ​ປະ​ເທດ​ຕົນທີ່​ໄດ້​ເຂົ້າ​ຮ່ວມ​ງານ​ໂອ​ແລມປິກ​ລະດູ​ໜາວ​ພຽງ​ຊາງ​​ ​ແລະ​ໄດ້​ອຳນວຍຄວາມ​ສະດວ​ກ​ສະບາຍ​ທຸກຢ່າງ​ດ້ວຍ​ຄວາມຈິງ​ໃຈ ​ເຊິ່ງ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ທ່ານ​ເປັນ​ຢ່າງ​ຍິ່ງ​​, ດັ່ງ​ນັ້ນທ່ານຈຶ່ງ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ເລື່ອງ​ນີ້.

ທ່ານ​ກ່າວ​ຕື່ມ​ວ່າ: ສິ່ງ​ທີ່​ສຳຄັນ​ແມ່ນ​ຍົກ​ສູງ​ບັນຍາກາດການ​ທີ່​ສອງຝ່າຍ​ມີ​ຄວາມ​ປາຖະໜາ​ຢ່າງ​ແຮງ​ກ້າ​ທີ່​ຖື​ໂອກາດ​ງານ​ກິລາ​ໂອ​ແລມປິກ​ລະດູ​ໜາວ​ຄັ້ງ​ນີ້ ​ເພື່ອ​ສ້າງ​ຄວາມ​ປອງ​ດອງ​ລະຫວ່າງ​ສອງ​ຝ່າຍ ​ແລະສືບ​ຕໍ່​​ໃຫ້​ໄດ້ຮັບ​ໝາກຜົນ​ທີ່​ດີ. ນອກ​ນີ້, ​ທ່ານ​ຍັງ​ຊີ້​ທິດ​ທາງ​ໃນ​ການ​ປັບປຸງ ​ແລະ​ເສີມ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ​ທັງ​ຮຽກຮ້ອງ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ປະຕິບັດມາດ​ຕະການ​ຕົວ​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ