​ໃນ​ປີ 2017 ຈີນ​ໄດ້​ຈັດ​ສັນ​ງົບປະມານ​ເຂົ້າ​ໃນ​ການຄົ້ນຄວ້າ​​ເຖິງ 1750 ຕື້​ຢວນ ​ເປັນອັນ​ດັບສອງຂອງ​ໂລກ
2018-02-14 16:31:17  cri 
ວັນ​ທີ 13 ກຸມພາ​ນີ້, ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ວ່າ: ​ໃນ​ປີ 2017 ຜ່ານ​ມາ, ງົບປະມານ​ທີ່​ຈັດ​ສັນ​ເຂົ້າ​ໃນ​ການ​ຄົ້ນຄວ້າພັດທະນາ​ວິທະຍາສາດຂອງ​ຈີນ​ບັນລຸ​ເຖິງ 1750 ຕື້​ຢວນ, ​ເພີ່ມ​ຂຶ້ນ 11,6% ທຽບ​ໃສ່​ປີ 2016 ​ແລະ​ຈັງຫວະ​ການ​ເຕີບ​ໂຕ​ເພີ່ມ​ຂຶ້ນ 1% ​ເຊິ່ງ​ເປັນອັນ​ດັບສອງຂອງ​ໂລກ​ຖັດຈາກ​ປະ​ເທດ​ອາ​ເມ​ລິ​ກາ.

​ໃນ​ປີ 2017 ຜ່ານ​ມາ, ງົບປະມານ​ທີ່​ຈີນຈັດ​ສັນ​ເຂົ້າ​ໃນ​ການ​ຄົ້ນຄວ້າ​ພັດທະນາ​ວິທະຍາສາດກວມ​ເອົາ 2,12% ຂອງGDP , ​ເພີ່ມ​ຂຶ້ນ 0,01% ທຽບ​ໃສ່​ປີ 2016.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ