ລັດຖະບານ​ອິນ​ໂດ​ເນ​ເຊຍ​ວາງ​ແຜນການ​ພັດທະນາອຸດສາຫະກຳ
2018-02-14 16:42:09  cri 
ກະຊວງ​ອຸດສາຫະກຳ​ອິນ​ໂດ​ເນ​ເຊຍ​ກຳລັງ​ວາງ​ແຜນພັດທະນາອຸດສາຫະກຳ​ຂອງ​ປະ​ເທດ​ຕົນ​ໃນການ​ຍຸກ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ 4 ຂອງ​ໂລກ, ​ຜ່ານ​ຈາກການ​ປະຕິວັດ​ເທື່ອ​ນີ້​ຈະ​ກາຍ​​ເປັນ​ຂອບ​ການ​ພັດທະນາ​ອຸດສາຫະກຳ​ປະ​ເທດ​ຕົນ ​ເພື່ອ​ສົ່ງ​ເສີມ​ການ​ພັດທະນາ​ເສດຖະກິດ​ໃນ​ອະນາຄົດ.

ຫວ່າງ​ມໍ່ໆ​ນີ້, ທ່ານ​​ອາຍ​ລັງກາ ຮາຕາ​ໂຕ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ: ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່​​ແມ່ນ​ເພື່ອ​ເລັ່ງການຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ​ການ​ສ້າງ​ເສດຖະກິດ​ຮອດ​ປີ 2045 ຂອງ​ປະ​ເທດ​ຕົນ, ລວມທັງ​ການ​ຫັນ​ເປັນ​ອຸດສາຫະກຳ, ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ, ​ເສດຖະກິດຂະຫຍາຍຕົວ​ສະ​ເລ່ຍ 6,4% ຕໍ່​ປີ, ລາຍ​ຮັບ​ສະ​ເລ່ຍຕໍ່ຫົວ​ຄົນ​ຕໍ່​ປີ​ເຖິງ 2,9 ໝື່ນ​ໂດ​ລາ​ສະຫະລັດ ​ແລະ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ສູງ​ອັນ​ດັບ​ສີ່​ຂອງ​ໂລກ. ກະຊວງ​ຕົນ​ໄດ້​ກຳນົດ​ເອົາ​ຫ້າ​ຂະ​ແໜງ​ການ​ ຄື ອາຫານ​, ​ເຄື່ງດື່ມ, ​​ເສື້ອ​ຜ້າ​ອາພອນ, ລົດ ​ແລະ​ເຄື່ອງ​ອາ​ໄຫຼ່, ຂໍ້​ມູນ​ຂ່າວສານ​ເອ​ເລັກ​ໂຕຣນິກ ​ແລະ​ອຸດສາຫະກຳ​ເຄມີເປັນ​ໂຄງການບຸ​ລິ​ມະສິດໃນ​ການ​ປະຕິວັດພັດທະນາ​ອຸດສາຫະກຳ​ເທື່ອ​ນີ້ ​ເຊິ່ງຫ້າ​ຂະ​ແໜງ​ການ​ດັ່ງກ່າວ​ມີ​ຄວາມ​ສາມາດ​ແກ່ງ​ແຍ່ງກັບ​ບັນດາ​ປະ​ເທດ​ຕ່າງໆ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ