ທະ​ນາ​ຄານ​ກາງ​ຂອງ​ຈີນມອບ​ສິດ​ໃຫ້​ທະ​ນາ​ຄານ J.P.Morgan Chase ຮັບ​ຜິດ​ຊອບ​ການ​ຊຳ​ລະ​ສະ​ສ້າງ​ເງິນຢວນ​ຢູ່​ອາ​ເມ​ລິ​ກາ
2018-02-14 16:24:46  cri 
    ທະ​ນາ​ຄານ​ກາງ​ຂອງ​ຈີນ​ແຈ້ງ​ຂ່າວ​ໃນ​ວັນ​ທີ 13 ກຸມ​ພານີ້​ວ່າ, ໄດ້​ຕົກ​ລົງ​ມອບ​ສິດ​ໃຫ້ທະ​ນາ​ຄານ J.P.Morgan Chase ​ອາ​ເມ​ລິ​ກາ ເປັນ​ທະ​ນາ​ຄານ​ທີ່​ດຳ​ເນີນ​ການ​ຊຳ​ລະ​ສະ​ສ້າງ​ເງິນຢວນ​ຢູ່​ອາ​ເມ​ລິ​ກາ.

    ທະ​ນາ​ຄານ​ກາງ​ຂອງ​ຈີນ​ກ່າວ​ວ່າ, ນີ້​ແມ່ນ​ການ​ຕົກ​ລົງ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ໝາກ​ຜົນ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ແລະ​ເສດ​ຖະ​ກິດ​ຈີນ-ອາ​ເມ​ລິ​ກາ​ຄັ້ງ​ທີ 8 ແລະ​ອີງ​ຕາມ "ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ການ​ຮ່ວມ​ມື​ລະ​ຫວ່າງ​ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ ແລະ ທະ​ນາ​ຄານ​ກາງ​ສະ​ຫະ​ລັດ ຫຼື FED". ຈາກນີ້, ທະ​ນາ​ຄານ J.P.Morgan Chase ​ອາ​ເມ​ລິ​ກາ ຈຶ່ງ​ໄດ້​ກາຍ​ເປັນ​ທະ​ນາ​ຄານ​ທຸ​ລະ​ກິດທີ່​ສາ​ມາດ​ຊຳ​ລະ​ສະ​ສາງ​ເງິນຢວນ​ຂອງ​ຕ່າງ​ປະ​ເທດ​ແຫ່ງ​ທຳ​ອິດ​ທີ່​ທະ​ນາ​ຄ​ານ​ກາງ​ຂອງ​ຈີນມອບ​ສິດ​ໃຫ້.

    ປັດ​ຈຸ​ບັນ, ທະ​ນາ​ຄານ​ທີ່​ຊຳ​ລະ​ສະ​ສາງ​ເງິນຢວນ​ຢູ່​ອາ​ເມ​ລິ​ກາ​ທີ່​ທະ​ນາ​ຄານ​ກາງ​ຂອງ​ຈີນມອບ​ສິດນັ້ນ​ມີ 2 ແຫ່ງ, ອີກ​ແຫ່ງ​ໜຶ່ງ​ແມ່ນ​ທະ​ນາ​ຄານ​ຈີນ ໂດຍ​ໃນ​ເດືອນ​ກັນ​ຍາ​ປີ 2016 ທະ​ນາ​ຄານ​ຈີນ​ສາ​ຂາ​ນິວຢອກ​ໄດ້​ຮັບ​ການມອບ​ສິດ​ຈາກ​ທະ​ນາ​ຄານ​ກາງ​ຂອງ​ຈີນ ເພື່ອ​ຮັບ​ຜິດ​ຊອບ​ການ​ຊຳ​ລະ​ສະ​ສາງ​ເງິນຢວນ​ຢູ່​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ