ກຸ່ມ​ປະ​ກອບ​ອາ​ວຸດ​ຊົນ​ເຜົ່າ 2 ກຸ່ມ​ຂອງ​ມຽນ​ມາ​ລົງ​ນາມ​ໃນ​ສັນ​ຍາ​ຢຸດ​ຍິງ​ທົ່ວ​ປະ​ເທດ
2018-02-14 16:27:46  cri 
    ກຸ່ມ​ປະ​ກອບ​ອາ​ວຸດ​ຊົນ​ເຜົ່າ ​ຄື: ພັກ​ລັດ​ມອນ​ໃໝ່ ແລະ ສະ​ຫະ​ພັນ​ປະ​ຊາ​ທິ​ປະ​ໄຕ​ລາ​ຮູຂອງ​ມຽນ​ມາ ໄດ້​ລົງ​ນາມ​ໃນ​ສັນ​ຍາ​ຢຸດ​ຍິງ​ທົ່ວ​ປະ​ເທດ​ຢູ່​ນະ​ຄອນຫຼວງ​ເນ​ປີ​ດໍ​ໃນ​ວັນ​ທີ 13 ກຸມ​ພານີ້, ມາ​ຮອດ​ປັດ​ຈຸ​ບັນ​ນີ້ ກຸ່ມ​ປະ​ກອບ​ອາ​ວຸດ​ຊົນ​ເຜົ່າ​ທ້ອງ​ຖິ່ນ​ທີ່​ໄດ້ລົງ​ນາມ​​ໃນ​ສັນ​ຍາ​ດັ່ງ​ກ່າວນັ້ນ ເພື່ອ​ຂຶ້ນ​ເປັນ 10 ກຸ່ມ​ແລ້ວ. ຜູ້​ຕາງ​ໜ້າ​ຈາກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ຈີນ, ສະ​ຫະ​ພາບ​ເອີ​ຣົບ, ຍີ່​ປຸ່ນ, ໄທ ແລະ​ອິນ​ເດຍ​ເປັນ​ຕົ້ນ ໄດ້​ເປັນ​ສັກ​ຂີ​ພິ​ຍານ ແລະ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ເຊັ່ນ​ດຽວ​ກັນ.

    ທ່ານ​ນາງ ອອງ​ຊານ​ຊູ​ຈີ ທີ່​ປຶ​ກ​ສາ​ແຫ່ງ​ລັດ​ມຽນ​ມາ ໄດ້​ກ່າວ​ຍ້ອງ​ຍໍ​ຊົມ​ເຊີຍ ແລະ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່ພັກ​ລັດ​ມອນ​ໃໝ່ ແລະ ສະ​ຫະ​ພັນ​ປະ​ຊາ​ທິ​ປະ​ໄຕ​ລາ​ຮູ​ໃນ​ນາມ​ປະ​ທານ​ສູນກາງ​ປອງດອງ​ຊາດ​ແລະ​ສັນ​ຕິ​ພາບ. ນາງ ອອງ​ຊານ​ຊູ​ຈີ ​ກ່າວ​ວ່າ, ສັນ​ຍາ​ຢຸດ​ຍິງ​ທົ່ວ​ປະ​ເທດ ບໍ່​ແມ່ນ​ຈຸດ​ໝາຍ​ປາຍ​ທາງ​ໃນ​ຂະ​ບວນ​ການ​ສັນ​ຕິ​ພາບ, ແຕ່​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ປຶກ​ສາ​ຫາ​ລື​ທາງ​ການ​ເມືອງ ແລະ​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ລົບ​ລ້າງ​ການ​ຂົ່ມ​ຂູ່​ດ້ວຍ​ກຳ​ລັງ​ອາ​ວຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ