ມູນ​ຄ່າ​ສົ່ງ​ອອກ​ເຂົ້າ​ສານ​ຂອງ​ມຽນ​ມາ​ໃນ​ສົກງົບ​ປະ​ມານ​ປີນີ້​ເພີ່ມ​ຂຶ້ນ 1 ເທົ່າ
2018-02-14 16:31:21  cri 
    ໃນ 10 ເດືອນ​ທຳ​ອິດ (ນັບ​ແຕ່​ວັນ​ທີ 1 ເມ​ສາ 2017 ຮອດ​ວັນ​ທີ 19 ມັງ​ກອນ 2018) ຂອງ​​ສົກງົບ​ປະ​ມານ​ປີນີ້, ມຽນ​ມາ​ໄດ້​ສົ່ງ​ອອກ​ເຂົ້າ​ສານ 2 ລ້ານ 8 ແສນ 2 ໝື່ນ​ໂຕນ​ທີ່​ຕົກ​ເປັນ​ມູນ​ຄ່າ 876 ລ້ານ​ໂດ​ລາ​ສະ​ຫະ​ລັດ, ສອງ​ຕົວ​ເລກ​ດັ່ງ​ກ່າວ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ 1 ເທົ່າ.

    ຂ່າວ​ແຈ້ງວ່າ, ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສົ່ງ​ອອກ​ເຂົ້າ​ສານ 2 ລ້ານ​ໂຕນ​ໃນ​ສົກງົບ​ປະ​ມານ​ປີນີ້, ລັດ​ຖະ​ບານ​ມຽນ​ມາ​ໄດ້​ພະ​ຍາ​ຍາມ​ເປີດກວ້າງ​ຕະຫຼາດ​ສົ່ງ​ອອກ​ຕ່າງ​ປະ​ເທດ. ກ່ອນ​ໜ້ານີ້, ເຂົ້າ​ສານ​ຂອງ​ມຽນ​ມາ ຕົ້ນ​ຕໍ​ສົ່ງ​ອອກ​ໄປ​ປະ​ເທດ​ອ້ອມ​ຂ້າງ​ໂດຍ​ຜ່ານ​ດ່ານ​ການ​ຄ້າ​ຊາຍ​ແດນ, ແຕ່​ໃນ​ສົກ​ງົບ​ປະ​ມານ​ປີນີ້, ມີ​ແຕ່ 40% ຖືກ​ສົ່ງ​ອອກ​ໂດຍຜ່ານ​ດ່ານການ​ຄ້າ​ຊາຍ​ແດນ, 60% ທີ່​ເຫຼືອນັ້ນ ໄດ້​ຖືກ​ສົ່ງ​ອອກ​ຜ່ານ​ທາງ​ທະ​ເລ; ຂະ​ນະ​ດຽວ​ກັນ, ໃນ​ສົກງົບ​ປະ​ມານ​ປີ​ຜ່ານ​ມາ, ມີ 29 ປະ​ເທດ​ໄດ້​ນຳ​ເຂົ້າ​ເຂົ້າ​ສານ​ຈາກ​ມຽນ​ມາ, ສ່ວນ​ມາ​ຮອດ​ສົກ​ງົບ​ປະ​ມານ​ປີນີ້ ໄດ້​ເພີ່ມ​ຂຶ້ນ​ຮອດ 45 ປະ​ເທດ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ