ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາອວຍ​ພອນ​ປີ​ໃໝ່​ຈີນ
2018-02-15 14:00:59  cri 
ຕາມ​ຂ່າວ​ສານ​ຈີນ: ວັນ​ທີ 14 ກຸມ​ພານີ້, ທ່ານເຣັກ​ສ໌ ຕິ​ເລີ​ຊັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼງ​ການ​ເພື່ອ​ອວຍ​ພອນ​ປີ​ໃໝ່​ຕາມ​ຈັນ​ທະ​ຄະ​ຕິ​ຈີນ ໂດຍ​ຫວັງ​ໃຫ້​ໝົດ​ທຸກ​ຄົນ​ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດ​ແລະ​ໂອ​ກາດ​ທີ່​ໃຫຍ່ກວ່າ​ເກົ່າ​ໃນ​ປີ​ຈໍ.

ທ່ານ​ຕິ​ເລີ​ຊັນ​ກ່າວ​ໃນ​ຖະ​ແຫຼງ​ການ​ວ່າ: ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ຈີນ 2018 ທີ່ຈະ​ວຽນ​ມາ​ເຖິງໃນ​ວັນ​ທີ 16 ກຸມ​ພານີ້, ​ຂໍ​ຕາງ​ໜ້າ​ລັດ​ຖະ​ບານ​ອາ​ເມ​ລິ​ກາ, ອວຍ​ພອນ​ໃຫ້​ປະ​ຊາ​ຊົນ​ທົ່ວ​ໂລກ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ສັນ​ຕິ​ພາບ​ ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.

ທ່ານ​ຕິ​ເລີ​ຊັນ​ຍັງ​ກ່າວ​ຕື່ມ​ວ່າ: ຂໍ​ໃຫ້​ພວກ​ເຮົາສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມເພື່ອຊຸກ​ຍູ້​ໃຫ້​ມີ​ການ​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ, ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ແລະ​ສ້າງ​ໂລກ​ທີ່​ດີ​ງາມກວ່າ​ເກົ່າ​ໃຫ້​ແກ່​ຕົນ​ເອງ​ກໍ​ຄື​ລູກ​ຫຼານ​ຂອງ​ພວກ​ເຮົາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ