ປະ​ທາ​ນາ​ທິ​ບໍ​ດີ​ປາ​ກີ​ສະຖານອວຍ​ພອນ​ບຸນ​ກຸດ​ຈີນ​ໄປ​ຍັງ​ປະ​ຊາ​ຊົນ​ຈີນ
2018-02-15 16:16:48  cri 

​ເນື່ອງ​ໃນ​ໂອ​ກາດ​ປີ​ຈໍ​ຫຼື​ປີ​ໝາ​ຕາມ​ຈັນ​ທະ​ຄະ​ຕິ​ຈີນ​ວຽນມາ​ຮອດ, ​ທ່ານ​ມາມ​ນູນ ຮູ​ເຊນ ປະ​ທາ​ນາ​ທິ​ບໍ​ດີ​ປາ​ກີ​​ສະ​ຖານ​ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ​​ປີ​ໃໝ່​ໄປ​ຍັງ​ປະ​ຊາ​ຊົນ​ຈີນ​ຈີນ, ​ໂດຍຫວັງ​ວ່າ​ໃນ​ປີ​ໃໝ່, ປາ​ກີ​​ສະ​ຖານ​ກັບ​ຈີນ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ແລະແລ​ກ​ປ່ຽນ​ກັນ​ໃນ​ຂົງ​ເຂດ​ຕ່າງໆ​ຕື່ມ​ອີກ, ຊຸກ​ຍູ້​ການ​ສ້າງ​ສາ​ລະ​ບຽງ​ເສດ​ຖະ​ກິດ​ຈີ​ນ​-ປາ​ກີ​ສະ​ຖານໃຫ້​ໄດ້​ຮັບ​ການ​ຄືບ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ສຸດ​ທ້າຍ​ຂອງ​ຈົດ​ໝາຍອວຍ​ພອນ, ທ່ານ​ຮູ​ເຊນ​ກ່າວ​ວ່າ, ຂ້າ​ພະ​ເຈົ້າ​ຫວັງ​ ​ຢ່າງ​ຈິງ​ໃຈ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ອັນ​​ຍິ່ງໃຫຍ່​ຂອງ​ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ພັກ​ກອມ​ມູ​ນິດ​ຈີນ, ຈີນ​ຈະ​ສື​ບ​ຕໍ່​ຮັກ​ສາ​ທ່ວງ​ທ່າ​ທີ່​ພັດ​ທະ​ນາ​ຢ່າງ​​ຮຸ່ງ​ເຮືອງ​ໃນ​ປີ​ໃໝ່, ຂໍອວຍ​ພອນ​ໃຫ້​ມິດ​ຕະ​ພາບ​ແລະ​ຄວາມ​ຮັກ​ແພງ​ແບບ​ອ້າຍ​ນ້ອງ​ກັນ​ລະ​ຫວ່າງ​ປາ​ກີ​ສະ​ຖານ​ກັບ​ຈີນ​ຂະ​ຫຍາຍ​ຕົວ​ໄປ​ໜ້າ​ໃນ​ປີ 2018. ​ຂໍ​ໃຫ້​ມິດ​ຕະ​ພາບ​ປາ​ກີ​ສະ​ຖານ​-​ຈີນ​ສືບທອດກັນ​ໄປ​ຕະ​ຫຼອດ​ທຸກ​ເຊັ່ນ​ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ