​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າໃຫ້​ຄວາມ​ສຳ​ຄັນ​ຕໍ່​ຖາ​ນະ​ແລະ​ບົດ​ບາດ​ຂອງ​ຈີນ​ຢ່າງ​ສູງ
2018-02-15 15:52:04  cri 

ວັນ​ທີ 14 ກຸມ​ພາ​ນີ້, ທ່ານ​ມີ​ແຊວ ມີວ​ເລີ ຜູ້​ອຳ​ນວຍ​ການ​ໃຫຍ່​ສຳ​ນັກ​ງານ​ໃຫຍ່​​ອົງ​ການສະ​ຫະ​ປະ​ຊາ​ຊາດເຊີ​ແນວ​​ກ່າວ​ວ່າ,ສະ​ຫະ​ປ​ະ​ຊາ​ຊາດ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ຖາ​ນະ​ແລະ​ບົດ​ບາດ​ຂອງ​ຈີນ​ຢ່າງສູງ.

ມື້​ດຽວ​ກັນ, ໃນ​ເວ​ລາ​ພົບ​ປະ​ທ່ານ​ອີ໋​ຈ້ຽນ​ຮ​ວາ ຜູ້​ຕາງ​ໜ້າຈີນ​ຜູ້​ໃໝ່​ທີ່ປະ​ຈຳ​ສຳ​ນັກ​ງານ​ເຊີ​ແນວ​​ຂອງ​ອົງ​ການສະ​ຫະ​ປະ​ຊາ​ຊາດ ແລະ ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆ​ຂອງ​ສວິ​ສ​ກ່າວ​ວ່າ, ສະ​ຫະ​ປະ​ຊາ​ຊາດ​ຍິນ​ດີ​ຮ່ວມ​ມື​ກັບ​ຈີນ ເພື່ອ​ຊຸກ​ຍູ້​ປະ​ຊາ​ຄົມ​ໂລກ​ຮ່ວມ​ມື​ກັນດີກວ່າ​ເກົ່າ​ໃນ​ເວ​ລາ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ.

ທ່ານ​ອີ໋​ຈ້ຽນ​ຮ​ວາ​ກ່າວ​ວ່າ, ຈີນ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​​ທີ່​ເປັນປະ​ເທດ​ໃຫຍ່​ທີ່​ຮັບ​ຜິດ​ຊອບ, ຕັ້ງ​ໜ້າ​ລົງ​ເລິກ​ເຂົ້າ​ຮ່ວມ​ການ​ປະ​ຕິ​ຮູບ ແລະ ການ​ສ້າງ​ສາລະ​ບຽບ​ການ​ຄຸ້ມ​ຄ​ອງ​ບໍ​ລິ​ຫານ​ທົ່ວ​ໂລກ, ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ກັບ​ສະ​ຫະ​ປະ​ຊາ​ຊາດ, ພ້ອມ​ທັງ​ປະ​ກອບ​ສ່ວນ​​ຫຼາຍກວ່າ​ເກົ່າ​ເພື່ອ​ສ້າງ​ການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່ ແລະ ສ້າງປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງທົ່ວ​ມວນ​ມະ​ນຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ