ຜູ່ອາ​ສາ​ສະ​ໝັກ​ທີ່​ຂຶ້ນ​ທະ​ບຽນ​ຂອງ​ຈີນ​ຫຼາຍກວ່າ 76 ລ້ານ 4 ແສນ 3 ໝື່ນ​ຄົນ
2018-02-15 15:55:04  cri 

ວັນ​ທີ 14 ກຸມ​ພາ​ນີ້, ກະຊວງການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະຈີນໃຫ້​ຮູ້​ວ່າ, ນັບ​ມາ​ຮອດ​ປີ 2017, ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ສ້າງວຽກ​ງານ​ທາງ​ສັງ​ຄົ​ມ​ຫຼາຍກວ່າ 3 ແສນ 1 ໝື່ນ​ຕຳ​ແໜ່ງ, ສ້າງ​ຕັ້ງ​ໜ່ວຍ​ງານ​ບໍ​ລິ​ການ​ອາ​ສາ​ສະ​ໝັກ 5 ແສນ 6 ໝື່ນ 8 ພັນ​ໜ່ວຍ​ງານ, ​ຜູ່ອາ​ສາ​ສະ​ໝັກ​ທີ່​ຂຶ້ນ​ທະ​ບຽນ​ຫຼາຍກວ່າ76 ລ້ານ 4 ແສນ 3 ໝື່ນ​ຄົນ. ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ, ນັບ​ລວມ​ແລ້ວ, ​ລວມເວ​ລາ​ບໍ​ລິ​ການ​​ແບບ​ອາ​ສາ​ສະ​ໝັກ​ຫຼາຍກວ່າ 1 ຕື້ 370 ລ້ານ​ຊົ່ວ​ໂມງ.

ຂ່າວ​ແຈ້ງວ່າ, ໃນ​ດ້ານ​ຈຳ​ນວນ​ຄົນ​ອາ​ສາ​ສະ​ໝັກ​ທີ່​ຂຶ້ນ​ທະ​ບຽນ, ແຂວງ​ເຮີ​ນານ​ຈີນ​ເປັນ​ອັນ​ດັບ​ທີ 1, ຖັດ​ມາ​ແມ່ນ​ແຂວງ​ເຈີ້​ຈ່ຽງ ແລະ ແຂວງກວາງ​ຕົ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ