ທ່ານ​ອໍ​ລີ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ໃໝ່​ຂອງ​ເນ​ປານ
2018-02-16 14:03:03  cri 
ຕາມ​ຂ່າວ​ສານ​ຈີນ: ຕອນ​ຄ່ຳ​ວັນ​ທີ 15 ກຸມ​ພານີ້, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ເນ​ປານ, ທ່ານ​ອໍ​ລີ ປະ​ທານ​ພັກ​ກອມ​ມູ​ນິດ​ເນ​ປານ​ໄດ້​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ, ກາຍ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນ​ປານ​ຜູ້​ໃໝ່ ເຊິ່ງກໍ​ເຮັດ​ໃຫ້​ທ່ານ​ກາຍ​ເປັນ​ຜູ້​ນຳ​ລັດ​ຖະ​ບານ​ຊຸດ​ທີ 41 ຂອງ​ເນ​ປານ.

ຕາມ​ຂ່າວ​ແຈ້ງ​ໃຫ້​ຮູ້​ວ່າ: ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ເນ​ປານ​ມີ​ອາ​ຍຸ​ຕຳ​ແໜ່ງ 5 ປີ. ອີງ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ເນ​ປານ, ບໍ່​ສາ​ມາດຍື່ນ​ຍັດ​ຕິບໍ່​ໄວ້​ເນື້ອ​ເຊື່ອ​ໃຈໄດ້​ຕໍ່​ລັດ​ຖະ​ບານ​ພາຍ​ໃນ 2 ປີ, ເຊິ່ງກໍ​ໝາຍ​ຄວາມ​ວ່າ ລັດ​ຖະ​ບານ​ຊຸດ​ໃໝ່ສາ​ມາດ​ກຳອຳ​ນາດ​ຢ່າງ​ໜ້ອຍ​ເປັນ​ເວ​ລາ 2 ປີ. ບຸກ​ຄົນ​ວິ​ເຄາະ​ເຫັນ​ວ່າ, ສະ​ພາບ​ການ​ທີ່​ລັດ​ຖະ​ບານເນ​ປານ​ຄອງ​ອຳ​ນາດ​ພຽງ 6 ເດືອນ​ຫາ 1 ປີ​ກໍ​ປ່ຽນ​ຊຸດ​ໃໝ່ທີ່​ໄດ້ຮັກ​ສາມາເປັນ​ເວ​ລາ​ຍາວ​ນານນັ້ນ ອາດ​ຈະ​ສິ້ນ​ສຸດ​ລົງໄດ້.​​
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ