ທ່ານ​ມາ​ຈ່າວ​ຊຸ້ຍ​ບັນ​ຍາຍ​ຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ບັນ​ຫາ​ຊີ​ຣີ
2018-02-16 14:38:04  cri 

ວັນ​ທີ 14 ກຸມ​ພ​າ​ນີ້, ທ່ານ​ມາ​ຈ່າວ​ຊຸ້ຍ ຜູ້​ແທນ​ຈີນ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ເປີດ​ເຜີຍ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ, ​ໂດຍໄດ້​​ບັນ​ຍາຍ​ຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ບັນ​ຫາ​ຊີ​ຣີ.

ທ່ານ​ມາ​ຈ່າວ​ຊຸ້ຍ​ກ່າວ​ວ່າ, ຫວ່າງ​ມໍ່ໆ​ນີ້, ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ​​ໂດຍ​ການ​ເມືອງປະ​ກົດ​ມີທ່າ​ອຽງ​​ອັນຕັ້ງ​ໜ້າ, ກອງ​ປະ​ຊຸມ​ການ​ສົນ​ທະ​ນາ​ທົ່ວ​ປະ​ເທດ​ຊີ​ຣີ​ທີ່​ຈັດ​ຂຶ້ນ​ຢູ່​ໂຊ​ຈີ ຣັດ​ເຊຍ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ສຳ​ຄັນ, ໄດ້​ເພີ່ມ​ກຳ​ລັງ​ໃຫ້​ແກ່​ການ​ຈັດ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ເຊີ​ແນວ​​ຄືນ​ໃໝ່. ຈີນ​ຊົມ​ເຊີຍ​ຄວາມ​ພະ​ຍາ​ຍາມຂອງ​ປະ​ເທດ​ຕ່າງໆ​ເຊັ່ນ​ຣັດ​ເຊຍ​ເປັນ​ຕົ້ນ​ໃນ​ການ​ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ໂຊ​ຊີ, ສະ​ໜັບ​ສະ​ໜູນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ທີ່​ເປັນ​ຊ່ອງ​ທາງ​ໄກ່​ເກຍ​ຕົ້ນ​ຕໍ​ໃນ​​ການແກ້​ໄຂ​ບັນ​ຫາ​ຊີ​ຣີ​​ດ້ວຍການ​ເມືອງ.

ທ່ານ​ກ່າ​ວ່າ, ການແກ້​ໄຂ​​ດ້ວຍການ​ເມືອງ​ແມ່ນ​ທາງ​ອອກ​ພຽງ​ດຽວ​ຂອງ​ບັນ​ຫາ​ຊີ​ຣີ. ປະ​ຊາ​ຄົມ​ໂລກ​ຄວນ​ຊຸກ​ຍູ້​ບັນ​ດາ​ຝ່າຍ​​ຂອງຊີ​ຣີ​ລິ​ຟື້ນ​ຟູ​ການ​ເຈ​ລະ​ຈາກັນ​ ຄືນ​ໃໝ່​ໂດຍ​ໄວ, ໂດຍ​ຜ່ານ​ຂະ​ບວນ​ການ​ການ​ເມືອງ​ທີ່ ​​ຂຶ້ນ​ກັບຄົນ​ຊີ​ຣີ​ແລະ​ຖື​ ຄົນ​ຊີ​ຣີ​ເປັນ​ຕົ້ນ​ຕໍ, ຊອກ​ຫາ​ແຜນ​ການ​ແກ້​ໄຂ​ທີ່​ສອດ​ຄ່ອງ​​ກັບຫຼັກ​ໝັ້ນ​ຂອງ​ບັນ​ດາ​ຝ່າຍ​ຊີ​ຣີ, ​ທັງ​ຖືກ​ຕ້ອງ​ຕາມ​ຄວາມ​ສົນ​ໃຈຂອງ​ບັນ​ດາ​ຝ່າຍ. ໃນ​​ຕະ​ຫຼອດຂະ​ບວນ​ການ​​ດັ່ງ​ກ່າວ, ອະ​ທິ​ປະ​ໄຕ, ເອ​ກະ​ລ​າດ, ​ຄວາມ​ເປັນເອ​ກະ​ພາບ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​​ຂອງ​ຊີ​ຣີຄວນ​ໄດ້​ຮັບ​ການ​ເຄົາ​ລົບ​ແລະ​ປົກ​ປັກຮັກ​ສາ.

ທ່ານ​ກ່າວ​ວ່າ, ​ການຕ້ານ​ການ​ກໍ່​ການ​ຮ້າຍ​ແມ່ນ​ດ້ານ​​ທີ່​ສຳ​ຄັນ​​ໃນ​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ, ປະ​ຊາ​ຄົມ​ໂລກ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ໃນ​ການຕ້ານ​ການ​ກໍ່​ການ​ຮ້າຍ, ຍຶດ​ໝັ້ນ​ມາດ​ຕະ​ຖານ​ເອ​ກະ​ພາບ​ກັນ, ​ເດັດ​ດ່ຽວໂຈມ​ຕີ​ອົງ​ການກໍ່​ການ​ຮ້າຍ​ທີ່​​ຢູ່​ໃນ​ລາຍ​ຊື່​ຂອງ​ສະ​ພາ​ຄວາ​ມ​ໝັ້ນ​ຄົງ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ