ຈັດ​ງານ​ສະ​ແດງ​ສິ​ລະ​​ປະສະ​ຫຼອງ​ບຸນ​ກຸດ​ຈີນ 2018 ​ຢູ່​ບາງກອກ
2018-02-16 14:48:23  cri 

ວັນ​ທີ 15 ກຸມ​ພາ​ນີ້, ພິ​ທີອວຍ​ພອນ​ບຸນ​ກຸດ​ຈີນ​ 2018 ຫຼື ງານ​ສະ​ແດງ​ສິ​ລະ​ປະ​​ສະ​ຫຼອງ​ກຸດ​ຈີນ​ໄດ້ຈັດ​ຂຶ້ນ​ຢ່າງ​ຄຶກ​ຄື້ນຢູ່​ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ບາງກອກ. ທ່ານ​ວິ​ຣະ​ສັກ ໂກ​ໂສ​ຣັດ ລັດ​ຖະ​ມົນ​ຕີກະ​ຊວງ​ການ​ທ່ອງ​ທ່ຽວ​ແລະ​ກິ​ລາ​ແລະ​ທ່ານ​ຢາງ​ເຈີ້​ຈີ່ນ ​ຮອງລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ​ຈີນ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ແລະ​ກ່າວ​ຄຳ​ອວຍ​ພອນ. ນັກ​ສິ​ລະ​ປິນຂອງ 10 ​ຄະ​ນະ​ສິ​ລະ​ປະ​ກຳ 9 ແຂວງຈີນ​ໄດ້ສະ​ແດງ​ສິ​ລະ​ປະ​ຍອດ​ຢ້ຽມ​ໃຫ້​ຜູ່​ຊົມ​ໄທ.

ຕາມ​ໄດ້​ຊາບ, ການ​ສະ​ແດງ​ສິ​ລະ​ປະ​ດັ່ງ​ກ່າວແມ່ນ​ການ​ສະ​ແດງ​ຮວມ​ໝູ່​ຂອງ​ຄະ​ນະ​ສິ​ລະ​ປະປິນ​ທັງ​ໝົດ​ທີ່​ຢ້ຽມ​ຢາມ​ໄທ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ 2018. ​ຫຼັງ​ຈາກ​ນັ້ນ, ບັນ​ດາ​ຄະ​ນະ​ຈະ​ແຍກ​ກັນ​ໄປ​​ສະ​ແດງ​ຢູ່ແຫ່ງ​ຕ່າງໆ​ຂອງ​ໄທ​.


1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ