ເປົ້າ​ໝາຍ​ຜະ​ລິດ​ທັນ​ຍາ​ຫານ​ຂອງ​ຈີນ​ປີ​ນີ້​ຈະຮັກ​ສາໃຫ້​ຫຼາຍກວ່າ 600 ລ້ານ​ໂຕນ
2018-02-16 15:55:38  cri 

ເປົ້າ​ໝາຍ​ຜ​ະ​ລິດ​ທັນ​ຍາ​ຫານ​ຂອງ​ຈີນ​ປີ​ນີ້​ໄດ້​​ກຳ​ນົດ​ຢ່າງ​ຄັກ​ແນ່​ແລ້ວ​ຄື: ​ໃຫ້ຮັກ​ສາ​ຈຳ​ນວນ​ຜົນ​ຜ​ະ​ລິດ​ຫຼາຍກວ່າ 600 ລ້ານ​ໂຕນ, ຮັບ​ປະ​ກັນ​​ຄວາມ​ປອດ​ໄພ​ດ້ານ​ທັນ​ຍາ​ຫານ​ຢ່າງ​ເດັດ​ຂາດ. ໃນ​ຂະ​ນະ​ດຽວ​ກັນ, ບູ​ລະ​ນະ​ກົນ​ໄກ​​ກຳ​ນົດລາ​ຄາ​ທັນ​ຍາ​ຫານ​​ແລະ​ລ​ະ​​ບຽບ​ການ​ເກັບ​ກ່ຽວ​ແລະ​ສະ​ສົມ, ປັບ​ປຸງ​ກົນ​ໄກ​​​ເຊີຍ​ໄຊ້​ຜົນ​ປະ​ໂຫຍດ​ຂອງ​ເຂດ​ຜະ​ລິດ​ຕົ້ນ​ຕໍ.

ອີງ​ຕາມ​ຈຸດ​ໜັກ​ວຽກ​ງານ​​ຂອງຂະ​ແໜງ​ການ​ປູກ​ຝັງ 2018 ທີ່​ກະ​ຊວງກ​ະ​ສິ​ກຳ​ຈີນ​ປະ​ກາດ​ໃນ​ຫວ່າງ​ມໍ່ໆ​ນີ້, ໃນ​ດ້ານ​​ທັນ​ຍາ​ຫານ​ໃຫ້ຮັກ​ສາ​ລາ​ຄາ​ຈັດ​ຊື້​ຕ່ຳ​ສຸດ​ຂອງ​ເຂົ້າ​ເປືອກ​ແລະ​ເຂົ້າ​ເບຼ, ​ປົກ​ປັກຮັກ​ສາ​ຄວາມ​ຫ້າວ​ຫັນ​ຂອງຊາວ​ກະ​ສິ​ກອນ​ໃນ​ການ​ປູກ​ທັນ​ຍາ​ຫານ​ແລະ​​ຄວາມ​ຫ້າວ​ຫັນ​ຂອງອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໃນ​ການ​ຊື້ທັນ​ຍາ​ຫານ; ເພີ່​ມ​ທະ​ວີ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ, ຊີ້​ນຳ​ຊາວ​ກະ​ສິ​ກອນ​​ໃຫ້​ປັບ​ປຸງໂຄງ​ປະ​ກອບ​ການ​ປູກ​ຝັງ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຕັ້ງ​ໜ້າ​ຮັກ​ສາເນື້ອ​ທີ່​ປູກ​ຝັງ​ທັນ​ຍາ​ຫານ​ກິນ​ເຊັ່ນ ເຂົ້າ​ເປືອກ​ແລະ​ເຂົ້າ​ເບຼ​ເປັນ​ຕົ້ນ​ຢູ່​ໃນ 53 ລ້ານເຮັກ​ຕາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ