ຈັດງານ​ສະ​ຫຼອງ​ບຸນ​ກຸດ​ຈີນຢູ່​ຕາມ​ທາງ​ລົດ​ໄຟ​ທີ່​ເກນ​ຢາ
2018-02-16 11:19:22  cri 


(ຈັດງານ​ສະ​ຫຼອງ​ບຸນ​ກຸດ​ຈີນຢູ່​ຕາມ​ທາງ​ລົດ​ໄຟ​ທີ່​ເກນ​ຢາ)



ຕາມ​ຂ່າວ CRI: ຕອນ​ຄ່ຳ​ວັນ​ທີ 14 ກຸມ​ພານີ້ ເວ​ລາ​ທ້ອງ​ຖີ່ນ, ຢູ່​ສະ​ຖາ​ນີ​ລົດ​ໄຟ​ພາກ​ໃຕ້​ຕອນ​ເນ​ໂລ​ບີ​ຂອງ​ທາງ​ລົດ​ໄຟ​ມົງ​ບາ​ຊາ-ເນ​ໂລ​ບີ​ຂອງ​ເກນ​ຢາ​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ທີ່​ເບີກ​ບານ​ມ່ວນ​ຊື່ນ, ງານສະ​ຫຼອງ​ບຸນ​ກຸດ​ຈີນ 2018 ທີ່​ສະ​ຖາ​ບັນ​ຂົງ​ຈື້​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ເນ​ໂລ​ບີຈັດ​ຂຶ້ນ​ເພື່ອຢື້​ຢາມ​ຖາມ​ຂ່າວ​ພະ​ນັກ​ງານ​ທາງ​ລົດ​ໄຟ​ດັ່​ງ່​ກາວ​ນັ້ນ​ໄດ້​ຈັດ​ຂຶ້ນ​ໃນ​ທ່າມ​ກາງ​ສຽງລົດ​ໄຟ​ແລ່ນ​ຈາກ​ທາງ​ໄກ​ມາ.

ເຊິ່ງ​ງານ​ສະ​ແດງ​ສິນ​ລະ​ປະ​ດັ່ງ​ກ່າວ​ຈັດ​ຂຶ້ນ​ຢູ່​​ໄກ້ຫ້ອງ​ສາງ​ສ້ອມ​ແປງ​ຕູ້​ລົດ​ໄຟຂອງ​ສະ​ຖາ​ນີ​ລົດ​ໄຟ, ການ​ສະ​ແດງ​ທີ່ຍອດ​ຢ້ຽມ​ຂອງ​ຄູ​ອາ​ຈານ ນັກ​ສຶກ​ສາ​ນັກ​ຮຽນ​ສະ​ຖາ​ບັນ​ຂົງ​ຈື້​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ເນ​ໂລ​ບີ​ໄດ້​ພາ​ໃຫ້​ຜູ້​ຊົມ​ຕົບ​ມື​ຊົມ​ເຊີຍ​ຂຶ້ນ​ເລື້ອຍໆ!
ທາງ​ລົດ​ໄຟ​ມົງ​ບາ​ຊາ-ເນ​ໂລ​ບີ​ທີ່​ຈີນ​ເປັນ​ຜູ້​ຊ່ວຍ​ສ້າງ​ນັ້ນ​ແມ່ນ​ສ້າງ​ສຳ​ເລັດ​ໃຫ້​ບໍ​ລິ​ການ​ແຕ່​ວັນ​ທີ 31 ພຶດ​ສະ​ພາ 2017, ເປັນ​ທາງ​ລົດ​ໄຟ​ທີ່​ສ້າງ​ໃໝ່​ສາຍ​ທຳ​ອິດ​ຂອງ​ເກນ​ຢາ​ໃນ​ຮອບ 100 ປີ​ມາ. ນັບ​ມາ​ຮອດ​ວັນ​ທີ 14 ກຸມ​ພາ 2018 ທາງ​ລົດ​ໄຟ​ດັ່ງ​ກ່າວ​ໄດ້​ບັນ​ທຸກ​ຂົນ​ສົ່ງ​ຜູ້​ໂດຍ​ສານຫຼາຍກວ່າ 8 ແສນ 9 ໝື່ນ​ເທື່ອ​ຄົນ​ແລ້ວ.



1  2  3  4  5  6  7  8  9  10  11  12  13  14  15  16  17  18  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ